ຫວຽດ​ນາມ ຊອກ​ຫາ​ແຫຼ່ງ​ສະ​ໜອງ​ຖ່ານ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ

(VOVWORLD) -ຂໍ້ມູນດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫງວຽນຮົ່ງຢ້ຽນ ຍົກອອກມາທີ່ການເຮັດວຽກກັບທ່ານ Mpetjane Kgaogelo Lekgoro ເອກອັກຄະລັດຖະທູດ ສ.ອາຟຼິກກາໃຕ້ ປະຈຳ ຫວຽດນາມ ໃນວັນທີ 2 ເມສາ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ຫວຽດນາມ ພວມໃນວິວັດການຍູ້ແຮງການຜະລິດ, ຟື້ນຟູການພັດທະນາເສດຖະກິດ ໄລຍະຫຼັງໂຄວິດ - 19 ດັ່ງນັ້ນ ມີຄວາມຕ້ອງການໃຫຍ່ກ່ຽວກັບແຫຼ່ງສະໜອງເຊື້ອເພີງວັດຖຸ, ໃນນັ້ນມີຖ່ານ. ເພາະສະນັ້ນ, ເລື່ອງຫັນເປັນຫຼາຍຮູບແບບ ແລະ ສະໜອງແຫຼ່ງສະໜອງຖ່ານຫີນທີ່ມີຄວາມສາມາດບົ່ມຊ້ອນແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງ ຫວຽດນາມ ໃນປັດຈຸບັນ.

ຂໍ້ມູນດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫງວຽນຮົ່ງຢ້ຽນ ຍົກອອກມາທີ່ການເຮັດວຽກກັບທ່ານ Mpetjane Kgaogelo Lekgoro ເອກອັກຄະລັດຖະທູດ ສ.ອາຟຼິກກາໃຕ້ ປະຈຳ ຫວຽດນາມ ໃນວັນທີ 2 ເມສາ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢ້ຽນ ໄດ້ຕີລາຄາສູງກຳລັງຄວາມສາມາດໃນການຂຸດຄົ້ນ ແລະ ສະໜອງຖ່ານ ຂອງ ອາຟຼິກກາໃຕ້ ຜ່ານການຜະລິດຖ່ານເກືອບ 260 ລ້ານໂຕນໃນປີ 2020, ໃນນັ້ນການສົ່ງອອກກວມເອົາປະມານ 30%. ທ່ານລັດຖະມົນຕີ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ອາຟຼິກກາໃຕ້ ໜູນຊ່ວຍແນະນຳ, ເຊື່ອມຕໍ່ບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງ ອາຟຼິກກາໃຕ້ ໃນຂົງເຂດຖ່ານ, ແຮ່ທາດ ກັບບັນດາວິສາຫະກິດໃຫຍ່ຂອງ ຫວຽດນາມ.

ໂດຍຮັບຮູ້ບັນດາບັນຫາເຊິ່ງຫວຽດນາມ ມີຄວາມສົນໃຈ, ທ່ານເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ຢັ້ງຢືນວ່າ ອາຟຼິກກາໃຕ້ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືທາງການຄ້າ, ພະລັງງານ ແລະ ແຮ່ທາດກັບ ຫວຽດນາມ; ສົມທົບກັນເພື່ອຊຸກຍູ້ການແກ້ໄຂແຫຼ່ງສະໜອງລະຫວ່າງສອງປະເທດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ