ຫວ​ຽດ​ນາມ ຍົກ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຂອງ UNESCO ໃນ​ການ​ຊອກ​ຫາ​ວິ​ທີ​ການ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ

(VOVWORLD) - ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ, ບົດບາດ ແລະ ການປະກອບສ່ວນຂອງ ສປຊ ແລະ UNESCO ໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍ ທົ່ວໂລກ ທີ່ພວມນັບມື້ນັບເພີ່ມຂຶ້ນ.

ວັນທີ 7 ກຸມພາ, ຢູ່ສຳນັກງານອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ຢູ່ນະຄອນຫຼວງ ປາຣີ (ຝລັ່ງ), ທ່ານນາງ ຫງວຽນທິເວິນແອັງ ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO ໄດ້ຍື່ນສາຕາຕັ້ງ ຂອງທ່ານປະທານປະເທດ ຂຶ້ນທ່ານນາງ Audrey Azoulay ຜູ້ອຳນວຍການໃຫຍ່ UNESCO.

ທີ່ພິທີ, ທ່ານນາງ ຫງວຽນທິເວິນແອັງເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ຫວຽດນາມ ຍົກສູງລັດທິຫຼາຍຝ່າຍ, ບົດບາດ ແລະ ການປະກອບສ່ວນຂອງ ສປຊ ແລະ UNESCO ໃນການຊອກຫາວິທີການແກ້ໄຂໃຫ້ແກ່ບັນດາສິ່ງທ້າທາຍ ທົ່ວໂລກ ທີ່ພວມນັບມື້ນັບເພີ່ມຂຶ້ນ, ຜ່ານນັ້ນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ຊຸກຍູ້ການພັດທະນາແບບຍືນຍົງໃນທົ່ວໂລກ.

ສ່ວນທ່ານນາງ Audrey Azoulay ໄດ້ຍົກສູງບົດບາດ ກໍ່ຄືການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງ ຫວຽດນາມ ຢູ່ UNESCO. ທ່ານນາງ ຕີລາຄາສູງ ການຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ ລະຫວ່າງ ຫວຽດນາມ ແລະ UNESCO ໃນທຸກຂົງເຂດ, ຖືນີ້ແມ່ນຮູບແບບການຮ່ວມມືທີ່ເປັນແບບຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ