ຫວຽດ​ນາມ ຍົກສູງບົດ​ບາດ​ສຳ​ຄັນ​ຂອງ​ການ​ຮ່ວມ​ມືຫຼາຍ​ຝ່າຍ

(VOVWORLD) -ດ້ວຍຫົວຂໍ້ “ການປະທະກັນ, ການແກ້ງແຍ້ງ, ການຮ່ວມມື ແລະ ສ້າງສັນ”. ເຂົ້າຮ່ວມກອງປະຊຸມປີນີ້ມີຜູ້ແທນ 2.500 ທ່ານ, ເຊິ່ງລວມມີບັນດາການນຳ, ເຈົ້າໜ້າທີ່ຂັ້ນສູງ, ນັກຄົ້ນຄວ້າ ແລະ ນັກຮຽນຮູ້ທີ່ມາຈາກ 100 ກວ່າປະເທດ.
ຫວຽດ​ນາມ ຍົກສູງບົດ​ບາດ​ສຳ​ຄັນ​ຂອງ​ການ​ຮ່ວມ​ມືຫຼາຍ​ຝ່າຍ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ເຂົ້າຮ່ວມການສົນທະນາ Raisina ຄັ້ງທີ 9 (ພາບ: ກະຊວງການຕ່າງປະເທດ) 

ໃນລະຫວ່າງວັນທີ 22 – 23 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດຮຸ່ງຫວຽດ ໄດ້ເຂົ້າຮ່ວມການສົນທະນາ Raisina ຄັ້ງທີ 9 ທີ່ດຳເນີນຢູ່ New Delhi, ອິນເດຍ. ດ້ວຍຫົວຂໍ້ “ການປະທະກັນ, ການແກ້ງແຍ້ງ, ການຮ່ວມມື ແລະ ສ້າງສັນ”. ເຂົ້າຮ່ວມກອງປະຊຸມປີນີ້ມີຜູ້ແທນ 2.500 ທ່ານ, ເຊິ່ງລວມມີບັນດາການນຳ, ເຈົ້າໜ້າທີ່ຂັ້ນສູງ, ນັກຄົ້ນຄວ້າ ແລະ ນັກຮຽນຮູ້ທີ່ມາຈາກ 100 ກວ່າປະເທດ.

ທ່ານຮອງລັດຖະມົນຕີ ໂດຮຸ່ງຫວຽດ ໃຫ້ຂໍ້ສັງເກດວ່າ ບັນດາສິ່ງທ້າທາຍໃນການພັດທະນາແບບຍືນຍົງ ແລະ ການຮັກສາສັນຕິພາບ, ສະຖຽນລະພາບທີ່ຍາວນານຢູ່ພາກພື້ນ ໄດ້ສົ່ງສານໃໝ່ໃຫ້ແກ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ບໍ່ພຽງແຕ່ແມ່ນພາກພື້ນແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ບັນດາປະເທດໄດ້ພ້ອມກັນມານະພະຍາຍາມໃນການຮ່ວມມືຫຼາຍຝ່າຍເພື່ອສັນຕິພາບ, ສະຖຽນລະພາບ ແລະ ຮ່ວມແຮງຮ່ວມໃຈຮັບມືກັບສິ່ງທ້າທາຍລວມ. ທ່ານຮອງລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ແລະ ອາຊຽນ ໃຫ້ຄຳໝັ້ນສັນຍາພ້ອມກັນສ້າງສານດັ່ງກ່າວ, ຜ່ານການສ້າງຕາໜ່າງປະຊາຄົມສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮອບດ້ານ, ພ້ອມທັງຍົກສູງບົດບາດສຳຄັນຂອງການຮ່ວມມືຫຼາຍຝ່າຍ, ການສົນທະນາທີ່ມີລັກສະນະສ້າງສັນ ແລະ ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ທຸກໆຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ