ຫວຽດນາມ ຍືນອັນດັບທີ 5 ທົ່ວຄະນະທີ່ Army Games 2022

(VOVWORLD) -  ສະຫະພັນລັດເຊຍ ຖືກຈັດອັນດັບທີ 1, ອູຣີເບກິດສະຖານ ຖືກຈັດອັນດັບທີ 2, ເບລາຣຸດ ແລະ ກາຢັກສະຖານ ພ້ອມກັນຢືນອັນດັບທີ 3, ຈີນ ແລະ ອີຣານ ຖືກຈັດອັນດັບທີ 4. ຄະນະກອງທັບປະຊາຊົນ ຫວຽດນາມ ຖືກຈັດອັບດັບທີ 5 ທົ່ວຄະນະ ດ້ວຍການຍາດໄດ້ ຫຼຽນຄຳ 1 ຫຼຽນ...

ຕອນຄ່ຳວັນທີ 27 ສິງຫາ, ພິທີອັດງານແຂ່ງຂັນການທະຫານສາກົນ - Army Games 2022 ຖືກຈັດຂຶ້ນສະໜາມຫຼວງ Patriot ຢູ່ຊານນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ. ພິທີອັດປີນີ້ມີຫົວຂໍ້ວ່າ “ກອງທັບ Jazz” ດ້ວຍບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ໃນນັ້ນ ມີການເຂົ້າຮ່ວມຂອງນັກສິລະປິນມາຈາກບັນດາປະເທດເຂົ້າຮ່ວມການເສັງ “ກອງທັບວັດທະນະທຳ” ທີ່ງານແຂ່ງຂັນ.

          ໝາກຜົນທົ່ວຄະນະ, ສະຫະພັນລັດເຊຍ ຖືກຈັດອັນດັບທີ 1, ອູຣີເບກິດສະຖານ ຖືກຈັດອັນດັບທີ 2, ເບລາຣຸດ ແລະ ກາຢັກສະຖານ ພ້ອມກັນຢືນອັນດັບທີ 3, ຈີນ ແລະ ອີຣານ ຖືກຈັດອັນດັບທີ 4. ຄະນະກອງທັບປະຊາຊົນ ຫວຽດນາມ ຖືກຈັດອັບດັບທີ 5 ທົ່ວຄະນະ ດ້ວຍການຍາດໄດ້ ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 5 ຫຼຽນ. ທີ່ Army Games  ປີນີ້, ພ້ອມກັບການເປັນເຈົ້າພາບຈັດການເສັງ “ເຂດເກີດອຸບັດຕິເຫດ” ຢູ່ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ຍັງສົ່ງທິມງານເຂົ້າຮ່ວມການແຂ່ງຂັນໃນຫຼາຍເນື້ອໃນຄື: ລົດຖັງເຄື່ອນທັບ, ກອງທັບວັດທະນະທຳ, ຕໍ່ກຳລັງໃຫ້້ເສນາຮັກ...

Army Games 2022, ຖືກຈັດຂຶ້ນໃນລະຫວ່າງວັນທີ 13 – 27 ສິງຫາ ດ້ວຍ 264 ທິມ ມາຈາກ 34 ປະເທດເຂົ້າຮ່ວມໃນ 34 ເນື້ອໃນການແຂ່ງຂັນ.

ຕອບກັບ

ຂ່າວ/ບົດ​ອື່ນ