ຫວຽດ​ນາມ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ ODA

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫວັງວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາບ້ວງເງິນ ODA ລຸ້ນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Kishida Fumio ໄດ້ເອກະພາບກັນ.
ຫວຽດ​ນາມ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ ODA - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ ຮອງປະທານຝ່າຍບໍລິຫານງານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ  Junichi Yamada (ພາບ: chinhphu.vn)

ກ່າວຄຳເຫັນໃນການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານງານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Junichi Yamada ໃນວັນທີ 23 ສິງຫາ ຢູ່ສຳນັກງານລັດຖະບົນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ສະໜັບສະໜູນເລື່ອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ແລະ JICA ດຳເນີນການພົບປະປະຈຳໄລຍະເພື່ອປຶກສາຫາລືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ບັນດາໂຄງການ ODA ທີ່ຍັງຊັກຊ້າຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫວັງວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາບ້ວງເງິນ ODA ລຸ້ນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Kishida Fumio ໄດ້ເອກະພາບກັນ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ກະຊວງການເງິນ ຫວຽດນາມ ພວມຕັ້ງໜ້າແລກປ່ຽນກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ກ່ຽວກັບການສະເໜີບ້ວງເງິນກູ້ຢືມຂອງລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສຸມໃສ່ບັນດາຂົງເຂດສ້າງພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານໂຄງລ່າງຄົມມະນາຄົມ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ; ສະເໜີກະຊວງການເງິນ ແລະ JICA ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາລະບຽບການຕໍ່ໄປເພື່ອໃຫ້ສອງຝ່າຍບັນລຸໄດ້ໝາກຜົນທີ່ລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ