ຫວຽດນາມ ຍາມໃດກໍຖື ສະຫະພາບເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ

(VOVWORLD) -  ຕອນບ່າຍວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ Bernd Lange ປະທານກໍາມາທິການ ການຄ້າສາກົນ (INTA) ຂອງ ລັດຖະສະພາເອີຣົບ (EP).
ຫວຽດນາມ ຍາມໃດກໍຖື ສະຫະພາບເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ - ảnh 1 ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມທີ່ການຕ້ອນຮັບ

        ທ່ານລັດຖະມົນຕີໂຕເລິມຕີລາຄາສູງບົດບາດຂອງ ສະຫະພາບເອີຣົບ (ອີຢູ) ແລະ EP ກໍຄື ສ່ວນຕົວທ່ານ Bernd Lange ໃນການສະໜັບສະໜູນເພື່ອໃຫ້ສອງຝ່າຍດໍາເນີນພິທີລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາ ອາລັກຂາການລົງທຶນ ລະຫວ່າງຫວຽດນາມ - ອີຢູ (EVIPA) ໃນທ້າຍເດືອນ ມິຖຸນາຜ່ານມາ ອັນໄດ້ສ້າງທ່າໄດ້ປຽບໃນການແກ້ງແຍ້ງ, ນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ ອີຢູ ແລະ ບັນດາປະເທດສະມາຊິກ ກໍຄື ຫວຽດນາມ. ນະທີ່ນີ້, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ກໍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖື ອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນແຖວໜ້າ, ການພົວພັນລະຫວ່າງ ຫວຽດນາມ - ອີຢູໃນໄລຍະຜ່ານມາ ໄດ້ມີບາດກ້າວເດີນຢ່າງຕັ້ງໜ້າ, ມີລັກສະນະຍຸດທະສາດ, ພິເສດໃນຂົງເຂດຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານ ຫງວຽນວັນບິ່ງ ເນັ້ນໜັກວ່າ ການລົງນາມສັນຍາສອງສະບັບດັ່ງກ່າວລະຫວ່າງ ຫວຽດນາມ ແລະ ເອີຣົບ ແມ່ນບາດກ້າວພັດທະນາສໍາຄັນໃນການພົວພັນລະຫວ່າງຫວຽດນາມ - ອີຢູ ເວົ້າສະເພາະ ແລະ ການພົວພັນລະຫວ່າງ ອາຊຽນ - ອີຢູ ເວົ້າລວມ, ພິເສດໃນສະພາບທີ່ ຫວຽດນາມ ຈະເປັນປະທານໝູນວຽນ ອາຊຽນ ໃນປີ 2020. ທ່ານ ຫງວຽນວັນບິ່ງ ປາດຖະໜາວ່າ ທ່ານ Bernd Lange ຈະຊ່ວຍຊຸກຍູ້  ລັດຖະສະພາເອີຣົບ ໃຫ້ສັດຕະຍາບັນສັນຍາສອງສະບັບດັ່ງກ່າວຢ່າງເປັນທາງການ ເພື່ອຫັນບັນດາຜົນປະໂຫຍດຂອງສົນທິສັນຍາສອງສະບັບດັ່ງກ່າວມາໃຫ້ປະຊາຊົນ ແລະ ວິສາຫະກິດສອງຝ່າຍ ໃຫ້ປະກົດຜົນເປັນຈິງໂດຍໄວ. 

ຕອບກັບ

ຂ່າວ/ບົດ​ອື່ນ