ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ UAE ເປັນ​ສຳ​ຄ​ັນ

(VOVWORLD) -ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ທີ່ການຕ້ອນຮັບຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ  ສະຫະລັດ ອາຣັບ ເອມີເຣັດ (UAE) Abdulnasser Al Shaali ເນື່ອງໃນໂອກາດມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ໃນຕອນບ່າຍວັນທີ 22 ມິຖຸນາ.
ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ UAE ເປັນ​ສຳ​ຄ​ັນ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ  ສະຫະລັດ ອາຣັບ ເອມີເຣັດ (UAE) Abdulnasser Al Shaali (ພາບ: ຕວັນແອັງ)

ທ່ານລັດຖະມົນຕີບຸຍແທັງເຊີນໄດ້ສະເໜີໃຫ້ ຫວຽດນາມ ແລະ UAE ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ. ທ່ານລັດຖະມົນຕີເນັ້ນໜັກວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ UAE ຊອກຫາ ແລະ ເຂົ້າຮ່ວມບັນດາໂຄງການຮ່ວມມືດຳເນີນທຸລະກິດຢູ່ ຫວຽດນາມ, ສະເໜີໃຫ້ບັນດາວິສາຫະກິດ UAE ເພີ່ມທະວີການລົງທຶນ ເຂົ້າຂົງເຂດກະສິກຳ, ພ້ອມກັນນັ້ນ, ສອງຝ່າຍຄວນຍູ້ແຮງການເຈລະຈາ, ລົງນາມບັນດາຂໍ້ຕົກລົງການຮ່ວມມືໃນຂົງເຂດການເງິນ, ທະນາຄານ…

ສ່ວນທ່ານ Abdulnasser Al Shaali ຢັ້ງຢືນວ່າ UAE ມີຄວາມປາດຖະໜາຢາກຍູ້ແຮງການຮ່ວມມືຫຼາຍດ້ານກັບ ຫວຽດນາມ, ເປັນຕົ້ນແມ່ນເສດຖະກິດ, ຈະໝູນໃຊ້ບັນດາຂໍ້ກຳນົດບຸລິມະສິດທີ່ມີຢູໃນປັດຈຸບັນ ຂອງ UAE, ເພື່ອນຳສິນຄ້າ ຫວຽດນາມ ແຊກຊືມເຂົ້າຕະຫຼາດ ພາກ ຕະເວັນອອກກາງ - ອາບຟຼິກກາ, ມີກົນໄກເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ, ນັກທຸລະກິດສອງປະເທດເດີນທາງເຂົ້າປະເທດຂອງກັນ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ