ຫວຽດ​ນາມ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ

(VOVWORLD) - ຕອນບ່າຍວັນທີ 24 ມີນາ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະພັນ ລັດຖະສະພາສາກົນ IPU – 148 ທີ່ພວມດຳເນີນຂຶ້ນຢູ່ ເຊີແນວ, ປະເທດສະວິດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ, ຫົວໜ້າຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານນາງ Tulia Ackson  ປະທານ IPU.
ຫວຽດ​ນາມ ຍາມ​ໃດ​ກໍ​ເປັນ​ເຈົ້າ​ການ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ IPU ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ - ảnh 1ບັນຍາກາດການເຮັດວຽກ (ພາບ: quochoitv.vn)

ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ດ້ວຍຖານະເປັນສະມາຊິກຂອງ IPU ນັບແຕ່ປີ 1979, ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເປັນເຈົ້າການ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU  ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ; ໄດ້ເປັນເຈົ້າພາບຈັດຫຼາຍເຫດການໃຫຍ່ຂອງ IPU ຢ່າງສຳເລັດຜົນ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍຖືການເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນການເຄື່ອນໄຫວການທູດລັດຖະສະພາຫຼາຍຝ່າຍຂອງສະພາແຫ່ງຊາດ ເພື່ອແນໃສ່ປະກອບສ່ວນພ້ອມກັບບັນດາລັດຖະສະພາສະມາຊິກປຶກສາຫາລື ແລະ ຊອກຫາມາດຕະການແກ້ໄຂບັນດາບັນຫາຮີບດ່ວນຂອງໂລກໃນປັດຈຸບັນ, ມຸ່ງໄປເຖິງການບັນລຸໄດ້ບັນດາເປົ້າໝາຍລວມຂອງ IPU ກ່ຽວກັບສັນຕິພາບ, ປະຊາທິປະໄຕ ແລະ ວັດທະນາຖາວອນ.

     ສ່ວນທ່ານນາງ Tulia Ackson, ປະທານສະຫະພັນລັດຖະສະພາສາກົນ IPU ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU, ພິເສດໃນການຈັດຕັ້ງສຳເລັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຜ່ານມາ. ທ່ານນາງ Tulia Ackson ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ສົມທົບກັນໃນບັນດາເຫດການລວມຂອງ IPU ໃຫ້ແໜ້ນແຟ້ນກວ່າອີກ.

ແອັງຕວັນ - ນັກຂ່າວ VOV ປະຈຳ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ