ຫວຽດນາມ ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ

(VOVWORLD) - ການນຳກະຊວງອຸດສາຫະກຳ - ການຄ້າ ຖືວ່າ ເລື່ອງສອງປະເທດຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ ໄດ້ສ້າງກາລະໂອກາດທີ່ບໍ່ເຄີຍມີມາກ່ອນ ເພື່ອເລິ່ມປະຕິບັດບັນດາຂົງເຂດຮ່ວມມືໃໝ່, ມີລັກສະນະບຸກທະລຸ
ຫວຽດນາມ ຍູ້ແຮງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຄິ່ງຊັກນຳໄຟຟ້າ - ảnh 1ເວທີປາໄສຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ
(ພາບ: vov2)

ຕອນເຊົ້າວັນທີ 21 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ຈັດເວທີປາໄສການຄ້າ ຫວຽດນາມ  - ອາເມລິກາ ປີ 2023. ເຫດການໂດຍກະຊວງອຸດສາຫະກຳ - ການຄ້າສົມທົບກັບຫ້ອງການການຄ້າ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ.

        ທີ່ເວທີປາໄສ, ການນຳກະຊວງອຸດສາຫະກຳ - ການຄ້າ ຖືວ່າ ເລື່ອງສອງປະເທດຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ ໄດ້ສ້າງກາລະໂອກາດທີ່ບໍ່ເຄີຍມີມາກ່ອນ ເພື່ອເລິ່ມປະຕິບັດບັນດາຂົງເຂດຮ່ວມມືໃໝ່, ມີລັກສະນະບຸກທະລຸ, ຊຸກຍູ້ການເຂົ້າຮ່ວມຂອງບັນດາວິສາຫະກິດ ຫວຽດນາມ ໃນຂົງເຂດສະໜອງບັນດາວັດຖຸດິບ, ເຄື່ອງອາໄຫຼ່, ໝູນໃຊ້ປັນຍາປະດິດ… ອາເມລິກາ ໄດ້ເອົາໃຈໃສ່ເຖິງບັນດາຂົງເຂດຮ່ວມມືໃໝ່ນີ້ຂອງສອງຝ່າຍ, ພິເສດແມ່ນຂົງເຂດເຕັກໂນໂລຊີສູງ, ເຄິ່ງຊັກນຳໄຟຟ້າ ແລະ ຜະລິດ CPU.

        ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 10 ຂອງ ອາເມລິກາ. ປີ 2020, ວົງເງິນການຄ້າສອງຝ່າຍບັນລຸເກືອບ 139 ຕື້ໂດລາສະຫະລັດ. ອາເມລິກາ ຍື່ນອັນດັບທີ 11 ໃນຈຳນວນບັນດານັກລົງທຶນເຂົ້າ ຫວຽດນາມ ດ້ວຍຫຼາຍກ່ວາ 1.300 ໂຄງການ, ມີຍອດເງິນຈົດທະບຽນແມ່ນ 11,8 ຕື້ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ