ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມ ອະນຸສັນຍາ Montreal

ຫວຽດນາມ ຕັ້ງຫນ້າເຂົ້າຮ່ວມ        ອະນຸສັນຍາ Montreal - ảnh 1
ພິທີ​ລະນຶກ 25 ປີ​ແຫ່ງ​ວັນເຊັນ ອະນຸ​ສັນຍາ Montreal
ພາບ: internet

(vovworld) - ວັນ​ທີ 15/9 ຢູ່ ນະຄອນ ​ໂຮ່ຈິ​ມິນ, ກົມ​ອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈັດ​ຕັ້ງ​ພິທີ​ລະນຶກ 25 ປີ​ແຫ່ງ​ວັນ​​ເຊັນອະນຸ​ສັນຍາ Montreal ກ່ຽວ​ກັບ​ສານປະ​ເພດ​ຕ່າງໆ​ເຮັດ​ໃຫ້​ຊັ້ນ ozon ຊຸດ​ໂຊມ (1987 - 2012) ​ແລະ ວັນ​ສາກົນ​ປົກ​ປັກ​ຮັກ​ສາ​ຊັ້ນ ozon ຄື​ວັນ​ທີ 16/9/2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ “ປົກ​ປັກ​ຮັກສາ​ຊັ້ນບັນຍາກາດ​ໃຫ້​ແກ່​ຄົນ​ລຸ້ນຫລັງ”. ນະ​ພິທີ, ທ່ານ Nguyen Khac Hieu ຮອງ​ຫົວຫນ້າ ກົມ​ອຸຕຸນິຍົມ​ອຸ​ທົກ​ກະສາ​ດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ເຂົ້າ​ຮ່ວມ​ອະນຸ​ສັນຍາ Montreal ​ແຕ່​ເດືອນ 1/1994 ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ຮ່ວມ​ມື​ຈາກ​ບັນດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ, ບັນດາ​ວິ​ສາ​ຫະກິດ​ນຳ​ໃຊ້​ສານປະ​ເພດ​ຕ່າງໆ​ເຮັດ​ໃຫ້ຊັ້ນ ozon ຊຸດ​ໂຊມ. ຫວຽດນາມ​ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ໂຄງການ​ສິ່ງ​ແວດ​ລ້ອມ​ຂອງ ສປຊ ວ່າ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ໃນ​ການ​ປະຕິບັດ​ອະນຸ​ສັນຍາ Montreal. ທ່ານ Nguyen Khac Hieu ​ໃຫ້​ຮູ້​ວ່າ:

        “ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ກອງ​ທຶນ​ຫລາຍ​ຝ່າຍ, ​ແຫ​ລ່ງ​ເງິນ ​ແລະ ​ເຕັ​ກ​ໂນ​ໂລ​ຊີ​ປະຈຸ​ບັນ​ເກືອບ​ຄື​ວ່າ​ໄດ້​ຮັບ​ຮູ້ແລ້ວ. ​ແຕ່​ຄວາມ​ຫຍຸ້ງຍາກ​ນັ້ນ​ແມ່ນ ບັນດາ​ວິ​ສາ​ຫະກິດ​ຕ້ອງ​ກຳນົດ​ເວລາ​ເມື່ອ​ນຳ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ເຄື່ອນ​ໄຫວ ຕອ້ງຢຸດຕິ​ກຳນຜະລິດ​ໃນ​ໄລຍະ​ຫນຶ່ງ, ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.”

 

ຂ່າວ/ບົດ​ອື່ນ