ຫວຽດນາມ ຕັດສິນ​ໃຈຄວບ​ຄຸມ​​ເຊື້ອ​ພະຍາດ​ອັກ​ເສບປອດທີ່​ເກີດຈາກເຊື້ອ​ຈຸລະ​ໂລກ​ສາຍ​ພັນ​ໃໝ່

(VOVWORLD) -    ວັນທີ 29 ມັງກອນ, ທ່ານ ເຈິ່ນກວ໊ກເວື້ອງ, ຜູ້ປະຈໍາການຄະນະເລຂາ, ກໍາມະການກົມການເມືອງ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ໄດ້ເຊັນໜັງສືທາງການ ສົ່ງໄປຍັງຄະນະພັກແຂວງ, ນະຄອນ ກ່ຽວກັບການປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ໄວຣັດ Corona).
ຫວຽດນາມ ຕັດສິນ​ໃຈຄວບ​ຄຸມ​​ເຊື້ອ​ພະຍາດ​ອັກ​ເສບປອດທີ່​ເກີດຈາກເຊື້ອ​ຈຸລະ​ໂລກ​ສາຍ​ພັນ​ໃໝ່ - ảnh 1 ການວັດແທດອຸນຫະພູມຄົນເຂົ້າເມືອງ ຢູ່ດ່ານຊາຍແດນ ມ໊ອງກ໊າຍ (ພາບ: vov.vn)

  ໃນໜັງສືທາງການໄດ້ຊີ້ແຈ້ງວ່າ: ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ, ຄະນະພັກ, ອົງການຈັດຕັ້ງພັກ, ອໍານາດການປົກຄອງ, ແນວໂຮມປະເທດຊາດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ຈົ່ງຜັນຂະຫຍາຍການປະຕິບັດວຽກງານປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ ຢ່າງເຂັ້ມງວດ; ຕັດສິນໃຈຄວບຄຸມ ບໍ່ປະໃຫ້ເຊື້ອພະຍາດແຜ່ລາມ, ຮັບປະກັນການພັດທະນາເສດຖະກິດ, ສັງຄົມ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຊີີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະ ຈັດຕັ້ງກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ຂະແໜງການທຸກຂັ້ນ ຈົ່ງກະກຽມພື້ນຖານດ້ານວັດຖຸຮັບໃຊ້ໃຫ້ແກ່ການປ້ອງກັນ, ບ່ອນປິ່ນປົວພະຍາດສະເພາະໃຫ້ແກ່ຜູ້ຕິດພະຍາດ ແລະ ວິທີການປ່ິນປົວ; ຮັບປະກັນທາງດ້ານງົບປະມານ, ຊັບພະຍາກອນມະນຸດໃຫ້ພຽງພໍເພື່ອຮັບໃຊ້ແກ່ການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວຢູ່ກັບບ່ອນ.

        ໃນກໍລະນີຈໍາເປັນ, ຕ້ອງຢຸດຕິບັນດາການເຄື່ອນໄຫວເຕົ້າໂຮມກັນຫຼາຍຄົນ, ງານບຸນ, ບັນດາກອງປະຊຸມ ໂດຍຊົ່ວຄາວ... ເພື່ອສຸມໃສ່ການປ້ອງກັນ ແລະ ຕ້ານເຊື້ອພະຍາດດັ່ງກ່າວ.

        ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກໍໄດ້ອອກໜັງສືທາງການ ສະເໜີໃຫ້ຄະນະກໍາມະການປະຊາຊົນແຂວງ, ນະຄອນແຫ່ງຕ່າງໆ ທີ່ຂຶ້ນກັບສູນກາງ ຮຽກຮ້ອງໃຫ້ວິສາຫະກິດທ່ອງທ່ຽວສາກົນ ຢຸດຕິການຈັດຕັ້ງຄະນະນັກທ່ອງທ່ຽວໄປທ່ຽວຢູ່ບັນດາແຂວງ, ນະຄອນທີ່ພວມມີເຊື້ອພະຍາດ, ບ່ອນມີຄົນຕິດເຊື້ອພະຍາດນັ້ນ ແລະ ບໍ່ຕ້ອນຮັບແຂກທ່ອງທ່ຽວມາຈາກເຂດຕິດເຊື້ອລະບາດຂອງຈີນ ເຂົ້າຫວຽດນາມ ໂດຍຊົ່ວຄາວ. 

ຕອບກັບ

ຂ່າວ/ບົດ​ອື່ນ