ຫວຽດນາມ ຕີລາຄາສູງການພົວພັນກັບ WTO

(VOVWORLD) - ເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງອົງການອະນາໄມໂລກ (WHO) ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງ. ໃນຈຸດເວລານີ້, ຫວຽດນາມ ບັນລຸຜົນງານໃຫຍ່ຫຼາຍຢ່າງໃນຂົງເຂດສາທາລະນະສຸກ
ຫວຽດນາມ ຕີລາຄາສູງການພົວພັນກັບ WTO - ảnh 1(ພາບປະກອບ: THX/TTXVN)

        ວັນທີ 23 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສາທາລະນະສຸກໂລກ ຄັ້ງທີ 76 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງລັດຖະມົນຕີ ຫງວຽນທິລຽນເຮືອງ ຢືນຢັນວ່າ ເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງອົງການອະນາໄມໂລກ (WHO) ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງ. ໃນຈຸດເວລານີ້, ຫວຽດນາມ ບັນລຸຜົນງານໃຫຍ່ຫຼາຍຢ່າງໃນຂົງເຂດສາທາລະນະສຸກ, ຄືສືບຕໍ່ປັບປຸງຂະແໜງສາທາລະນະສຸກ ເພື່ອຕອບສະໜອງບັນດາຄວາມຕ້ອງການເບິ່ງແຍງດູແລສຸຂະພາບໃນອະນາຄົດ, ພິເສດແມ່ນໃນສະພາບເສດຖະກິດ - ສັງຄົມພວມພັດທະນາຢ່າງໄວວາ. ທ່ານນາງໃຫ້ຮູ້ວ່າ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ດ້ວຍຂອບເຂດກວ້າງຂວາງໄປທົ່ວ ແລະ ມີຄວາມໄວໃນປີ 2021 ແລະ 2022. ຫວຽດນາມ ບັນລຸການສັກວັກຊິນກັນໂຄວິດ-19/100% ໃຫ້ແກ່ປະຊາຊົນຄິດສະເລ່ຍແມ່ນ 273,7 ລ້ານໂດສ, ສູງກວ່າທົບ 1,6 ເທົ່າເມື່ອທຽບໃສ່ລະດັບປານກາງທົ່ວໂລກ (170,1 ລ້ານໂດສ).

        ທ່ານນາງຮອງລັດຖະມົນຕີ ຫງວຽນທິລຽນເຮືອງ ຢືນຢັນວ່າ, ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ WHO ແລະ ໄດ້ຮັບການໜູນຊ່ວຍຈາກ WHO ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ