ຫ​ວຽດ​ນາມ ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ພັນ​ເທື່ອ​ຄົນ

(VOVWORLD) - ແຂກທ່ອງທ່ຽວມາຈາກທ່າກຳປັ່ນທະເລສາກົນ ຈະຄົ້ນຫາບັນດາສະຖານທີ່ທີ່ມີຊື່ສຽງໃນບໍລິເວນນະຄອນ ຮະລອງ ຄື: ຫໍພິພິທະພັນ ກວາງນິງ, city tour ລົງພຶດຕິກຳວັດທະນະທຳ, ອາຫານການກິນ ແລະ ສະຖານທີ່ທ່ອງທ່ຽວ ຫຼາຍແຫ່ງຢູ່ຮະລອງ. 
ຫ​ວຽດ​ນາມ ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ນັບ​ພັນ​ເທື່ອ​ຄົນ - ảnh 1ພາບປະກອບ: VOV

ວັນທີ 31 ທັນວາ, ທ່າກຳປັ່ນສາກົນ ຮະລອງ, ແຂວງ ກ໋ວາງນິງ ໄດ້ຕ້ອນຮັບ ທ່າກຳປັ່ນທະເລ 2 ລຳທີ່ນຳສົ່ງແຂກທ່ອງທ່ຽວເອີລົບ, ອາເມລິກາ ເກືອບ 4000 ເທື່ອຄົນ ມາຢາມນະຄອນມໍລະດົກ ອ່າວຮະລອງ. ໃນ ກຳປັ່ນທະເລສາກົນ 2 ລຳດັ່ງກ່າວ ມີກຳປັ່ນ Vasco Da Gama (ສັນຊາດ ປອກຕູການ) ໄດ້ເຂົ້າທຽບທ່າຮະລອງຄັ້ງທຳອິດ ເຊິ່ງນຳສົ່ງແຂກທ່ອງທ່ຽວເຢຍລະມັນ ເກືອບ 650 ເທື່ອຄົນ ມາຢ້ຽມຊົມ, ທ່ອງທ່ຽວ. ໃນຂະນະນັ້ນ, ກຳປັ່ນ Celebrity Solstice (ສັນຊາດ Malta) ໄດ້ເຂົ້າທຽບທ່າກຳປັ່ນສາກົນຮະລອງເປັນ 5 ຄັ້ງໃນປີ 2023, ນຳແຂກທ່ອງທ່ຽວເອີລົບ, ທະວີບ ອາເມລິກາ ກ່ວາ 300ເທື່ອຄົນ ມາຮະລອງ. ນີ້ແມ່ນໜຶ່ງໃນບັນດາຄະນະແຂກທ່ອງທ່ຽວຫຼາຍທີ່ສຸດນັບແຕ່ເດືອນເມສາ ປີ 2023 ມານີ້.

ແຂກທ່ອງທ່ຽວມາຈາກທ່າກຳປັ່ນທະເລສາກົນ ຈະຄົ້ນຫາບັນດາສະຖານທີ່ທີ່ມີຊື່ສຽງໃນບໍລິເວນນະຄອນ ຮະລອງ ຄື: ຫໍພິພິທະພັນ ກວາງນິງ, city tour ລົງພຶດຕິກຳວັດທະນະທຳ, ອາຫານການກິນ ແລະ ສະຖານທີ່ທ່ອງທ່ຽວ ຫຼາຍແຫ່ງຢູ່ຮະລອງ. ໃນໂອກາດພັກບຸນປີໃໝ່ສາກົນ 2024, ແຂວງກວາງນິງ ໄດ້ຈັດຫຼາຍເຫດການດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ