ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ມຸ່ງ​ໄປ​ເຖິງ​ການ​ຫຼຸດ​ຜ​່ອນ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) -   ໃນວັນທີ 26 ສິງຫາ, ສະມັດຊາໃຫຍ່ ສປຊ ໄດ້ຈັດຕັ້ງກອງປະຊຸມຂັ້ນສູງປະຈຳປີຜ່ານທາງອອນລາຍ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງນິວເຄຼຍ 29 ສິງຫາ.
ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ຮຽກ​ຮ້ອງ​ໃຫ້​ມຸ່ງ​ໄປ​ເຖິງ​ການ​ຫຼຸດ​ຜ​່ອນ​ອາ​ວຸດ​ນິວ​ເຄຼຍ - ảnh 1ກອງປະຊຸມຂັ້ນສູງປະຈຳປີຜ່ານທາງອອນລາຍ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງນິວເຄຼຍ

        ໃນຖານະເປັນປະທານຄະນະກຳມະການ ອາຊຽນ ປະຈຳ ນິວຢອກ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າ ອາຊຽນ ຂຶ້ນກ່າວຄຳເຫັນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຖືວ່າ ການຢຸດຕິການທົດລອງນິວເຄຼຍ ແມ່ນໜຶ່ງໃນບັນດາບາດກ້າວເດີນສຳຄັນ ເພື່ອມຸ່ງໄປເຖິງການຫຼຸດຜ່ອນອາວຸດນິວເຄຼຍ. ອາຊຽນ ໄດ້ຄັດຄ້ານການທົດລອງນິວເຄຼຍພາຍໃຕ້ທຸກຮູບແບບ, ຝືນກັບບັນດາຄວາມມານະພະຍາຍາມ, ມາດຕະຖານສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສະພາຄວາມໝັ້ນຄົງ ສປຊ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ເລື່ອງທຸກປະເທດສະມາຊິກ ອາຊຽນ ໄດ້ໃຫ້ສັດຕະຍາບັນ ສົນທິສັນຍາເກືອດຫ້າມການທົດລອງນິວເຄຼຍຮອບດ້ານ (CTBT) ແມ່ນຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງແທດຈິງຂອງ ອາຊຽນ ເຂົ້າໃນການເກືອດຫ້າມການທົດລອງນິວເຄຼຍ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ອາຊຽນ ແມ່ນພາກພື້ນທີ່ມີໄມຕີຈິດມິດຕະພາບ ແລະ ຮ່ວມມື, ພ້ອມທັງຖືວ່າ ອາຊຽນ ແລະ ສປຊ ສາມາດຮ່ວມມືກັນຫຼາຍກວ່າອີກ ເພື່ອແນໃສ່ຊຸກຍູ້ລັດທິຫຼາຍຝ່າຍ, ບັນດາຫຼັກການພື້ນຖານຂອງ ກົດໝາຍສາກົນ ແລະ ກົດບັດ ສປຊ, ໃນນັ້ນ ມີຄວາມມ  ານະພະຍາຍາມລວມກ່ຽວກັບການຕ້ານການທົດລົງນິວເຄຼຍ.

 ຟ້າມຮວັນ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ