ຫວຽດ​ນາມ ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ລັດ​ເຊຍ ເປັນ​ສຳ​ຄັນ

(VOVWORLD) -  ຕອນບ່າຍວັນທີ 3 ມີນາ, ຢູ່ສຳນັກງານຂອງກະຊວງການຕ່າງປະເທດ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີຜູ້ທີ 1 ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ທີ່ພວມຢ້ຽມຢາມ ຫວຽດນາມ ເພື່ອດຳເນີນກອງປະຊຸມສົນທະນາຍຸດທະສາດທາງການທູດ - ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຫວຽດນາມ - ລັດເຊຍ ຄັ້ງທີ 13.
ຫວຽດ​ນາມ ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ລັດ​ເຊຍ ເປັນ​ສຳ​ຄັນ - ảnh 1ທ່ານລັດຖະມົນຕີ ບຸ່ຍແທັງເຊີນ  ແລະ ທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov (ພາບ: dangcongsan.vn)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັງຢືນວ່າ ຫວຽດນາມ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍ ເປັນສຳຄັນທີ່ສຸດ; ພ້ອມທັງເນັ້ນໜັກວ່າ ລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ທ່ານລັດຖະມົນຕີ ສະແດງຄວາມປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນ, ເໝາະສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.

        ສ່ວນທ່ານຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງການຕ່າງປະເທດ ລັດເຊຍ Vladimir Titov ຢັ້ງຢືນວ່າ ລັດເຊຍ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ; ພ້ອມທັງປາດຖະໜາວ່າ ກະຊວງການຕ່າງປະເທດສອງປະເທດ ຈະຮັກສາມູນເຊື້ອການຮ່ວມມືອັນດີງາມ, ເສີມຂະຫຍາຍບົດບາດປະສານງານ, ກະຕຸກຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງສອງປະເທດຢ່າງມີປະສິດທິຜົນ, ກໍຄືສົມທົບກັນຢ່າງແໜ້ນແຟ້ນບົນເວທີສາກົນ.

        ສອງຝ່າຍຕົກລົງເຫັນດີສືບຕໍ່ສົມທົບກັນເຄື່ອນໄຫວຜັນຂະຫຍາຍການຮ່ວມມືສອງຝ່າຍເວົ້າລວມ, ລະຫວ່າງສອງກະຊວງການຕ່າງປະເທດ ເວົ້າສະເພະ ແລະປະກອບສ່ວນແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ