ຫວຽດນາມ ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ, ພ້ອມທັງແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການສ້າງສຳເລັດບົດລາຍງານແຫ່ງຊາດ ຕາມກົນໄກກວດກາ UPR.
ຫວຽດນາມ ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ Volker Turk
(ພາບ:Anh Hiển/TTXVN)

ໂດຍສືບຕໍ່ການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດຊຸດທີ 55 ຂອງສະພາສິດທິມະນຸດ ສປຊ, ວັນທີ 27 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບ ຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ Volker Turk.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ, ການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ຮັບປະກັນການໄດ້ຊົມໃຊ້ສິດທິມະນຸດໃຫ້ແກ່ປະຊາຊົນໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາຢູ່ ຫວຽດນາມ ໃນເກືອບ 40 ປີຜ່ານມາ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຜັນຂະຫຍາຍຫຼາຍມາດຕະການລະອຽດ ເພື່ອແນໃສ່ປົກປ້ອງສິດທິມະນຸດ, ພ້ອມທັງແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບການສ້າງສຳເລັດບົດລາຍງານແຫ່ງຊາດ ຕາມກົນໄກກວດກາ UPR. ທ່ານລັດຖະມົນຕີ ຫວຽດນາມ ສະເໜີ ຫ້ອງວ່າການຂ້າຫຼວງໃຫຍ່ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ໜູນຊ່ວຍຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງ ຫວຽດນາມ, ໃນນັ້ນມີມະຕິກ່ຽວກັບສິດທິມະນຸດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເຊິ່ງຄາດວ່າຈະຍື່ນສະເໜີຕໍ່ສະພາສິດທິມະນຸດໃນເດືອນ ມິຖຸນາ 2024.

        ທ່ານ ຂ້າຫຼວງໃຫຍ່ Volker Turk ໄດ້ຊົມເຊີຍ ຫວຽດນາມ ໃນຖານະບົດບາດເປັນສະມາຊິກຂອງສະພາສິດທິມະນຸດປີທຳອິດໃນອາຍຸການ 2023 – 2025 ບັນລຸຜົນສຳເລັດ, ຂອບອົກຂອບໃຈ ຫວຽດນາມ ໄດ້ຍົກອອກບັນດາຄຳໝັ້ນສັນຍາທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຖະແຫຼງການສິດທິມະນຸດສາກົນ. ທ່ານ Volker Turk ຕີລາຄາສູງການສົມທົບ, ໜູນຊ່ວຍຢ່າງຕັ້ງໜ້າຂອງ ຫວຽດນາມ ທີ່ມີຕໍ່ຫ້ອງວ່າການຂ້າຫຼວງໃຫຍ່ ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືສອງຝ່າຍໄດ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ