ຫວຽດນາມ ຖືເປັນສຳຄັນບັນດາລະບອບລະບຽບການຫຼາຍຝ່າຍໃນທົ່ວໂລກ

(VOVWORLD) -ໃນລະຫວ່າງວັນທີ 11 – 12 ຕຸລາ, ທ່ານນາຍົກລັດຖະມົນຕີຫງວຽດນາມ ຫງວຽນຊວນຟຸກ ຈະເຂົ້າຮ່ວມການພົບປະກັບບັນດາການນຳອາຊຽນ ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB), ຫຼືເອີ້ນຫຍໍ້ວ່າການພົບປະ ALG ແລະ ຢ້ຽມຢາມ, ເຮັດວຽກຢູ່ອິນໂດເນເຊຍ.

ຫວຽດນາມ ຖືເປັນສຳຄັນບັນດາລະບອບລະບຽບການຫຼາຍຝ່າຍໃນທົ່ວໂລກ - ảnh 1 ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຟ້າມກວາງວິງ

(ພາບ: baotintuc.vn)

ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ອິນໂດເນເຊຍ ກ່ຽວກັບເຫດການສຳຄັນດັ່ງກ່າວ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອິນໂດເນເຊຍ ຟ້າມກວາງວິງ ໃຫ້ຮູ້ວ່າ: ການພົບປະ ALG ແລະ ເຂົ້າຮ່ວມວາລະປະຊຸມຄົບຄະນະ IMF – WB ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ອິນໂດເນເຊຍ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມໝາຍສຳຄັນທີ່ສຸດ ໃນສະພາບທີ່ເສດຖະກິດໂລກພວມມີການຜັນປ່ຽນຫຼາຍຢ່າງ ດ້ວຍການເພີ່ມທະວີຂອງລັດທິອາລັກຂາ, ເປັນການຢັ້ງຢືນຄຳໝັ້ນສັນຍາ ແລະ ຈິດໃຈຮັບຜິດຊອບຂອງຫວຽດນາມ ຢ່າງແຮງ ປະກອບສ່ວນເຂົ້າໃນການຮັກສາການພັດທະນາຢ່າງຂະຫຍັນຂັນເຄື່ອນ, ຍືນຍົງ, ຄວາມຜູດພັນໃນອາຊຽນ. ການເຂົ້າຮ່ວມ ແລະ ບັນດາການປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກນຳໜ້າ, ທີ່ການພົບປະ ALG, ກອງປະຊຸມປະຈຳປີ IMF – WB ແມ່ນການສືບຕໍ່ບັນດາຄວາມມານະພະຍາຍາມຂອງຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ ໃນບັນດາຄວາມມານະພະຍາຍາມລວມຂອງພາກພື້ນ ແລະ ທົ່ວໂລກໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG); ພ້ອມທັງຢືນຢັນບົດບາດເປັນສະມາຊິກຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ໃນອາຊຽນ; ສະແດງໃຫ້ເຫັນການຖືເປັນສຳຄັນຂອງຫວຽດນາມ ສຳລັບບັນດາລະບອບລະບຽບການຫຼາຍຝ່າຍທົ່ວໂລກໃຫຍ່ທີ່ສຸດຢູ່ໃນໂລກ (ສະຫະປະຊາຊາດ, IMF, WB) ແລະ ສຳລັບປະເທດເຈົ້າພາບ ອິນໂດເນເຊຍ.

        ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ກໍ່ເນັ້ນໜັກວ່າ, ການຢ້ຽມຢາມ ແລະ ເຮັດວຽກຢູ່ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນພະຍານຫຼັກຖານຢັ້ງຢືນການຖືເປັນສຳຄັນຂອງຫວຽດນາມ ສຳລັບບົດບາດ ແລະ ທີ່ຕັ້ງຂອງອິນໂດເນເຊຍ ຢູ່ພາກພື້ນ ແລະ ໃນໂລກ, ສະແດງໃຫ້ເຫັນຄວາມປາດຖະໜາຂອງຫວຽດນາມ ພ້ອມກັນສົມທົບກັບອິນໂດເນເຊຍ ແລະ ບັນດາປະເທດສະຊິກອື່ນຢ່າງແໜ້ນແຟ້ນ ໃນການສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ມີສັນຕິພາບ, ສະຖຽນລະພາບ, ມີຄວາມສາມັກຄີ, ພັດທະນາຢ່າງວັດທະນາຖາວອນ ແລະ ການເຕີບໂຕແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ