ຫວຽດນາມ ທົ່ວໂລກ: ເຊື່ອມຕໍ່ອະນາຄົດ-ປ່ຽນແປງໃໝ່ປະດິດຄິດສ້າງ-ພັດທະນາແບບຍືນຍົງ

(VOVWORLD) -ເວທີປາໄສກໍ່ຈະແມ່ນແຫ່ງພົບປະໃຫ້ນັກຊ່ຽວຊານ, ປັນຍາຊົນ, ວິສາຫະກິດ ແລະ ບັນດານັກວາງແຜນນະໂຍບາຍທີ່ມີຊື່ສຽງໄດ້ພົບປະກັນ, ນຶກຄິດ, ປະກອບແນວຄວາມຄິດສ້າງແຜນການ ແລະ ມີການກະທຳ ເພື່ອ ຫວຽດນາມ ທົ່ວໂລກ ພັດທະນາຢ່າງວັດທະນາຖາວອນ
ຫວຽດນາມ ທົ່ວໂລກ: ເຊື່ອມຕໍ່ອະນາຄົດ-ປ່ຽນແປງໃໝ່ປະດິດຄິດສ້າງ-ພັດທະນາແບບຍືນຍົງ - ảnh 1(ເວທີປາໄສ ຫວຽດນາມ ທົ່ວໂລກ “ເຊື່ອມຕໍ່ອະນາຄົດ-ປ່ຽນແປງໃໝ່ປະດິດຄິດສ້າງ-ພັດທະນາແບບຍືນຍົງ”)

ວັນທີ 04 ພະຈິກ, ຢູ່ ປາຣີ, ໃນຂອບເຂດການຢ້ຽມຢາມ ຝລັ່ງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ. ອົງການວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມ ທົ່ວໂລກ (AVSE Global) ໄດ້ຈັດເວທີປາໄສ ຫວຽດນາມ ທົ່ວໂລກ “ເຊື່ອມຕໍ່ອະນາຄົດ-ປ່ຽນແປງໃໝ່ປະດິດຄິດສ້າງ-ພັດທະນາແບບຍືນຍົງ”. ໃນລະຫວ່າງວັນທີ 04 – 05 ພະຈິກ, ມີນັກຊ່ຽວຊານ, ປັນຍາຊົນດີເດັ່ນຂອງ ຫວຽດນາມ ແລະ ສາກົນ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່… ກວ່າ 100 ທ່ານ ໄດ້ປຶກສາຫາລືບັນດາມາດຕະການເຊື່ອມຕໍ່ຄວາມເກ່ັງກ້າສາມາດ, ແນວຄິດປະດິດຄິດສ້າງ ແລະ ນະໂຍບາຍພັດທະນາແບບຍືນຍົງໃຫ້ແກ່ ຫວຽດນາມ ໃນຊຸມທົດສະວັດຈະມາເຖິງ.

        ເວທີປາໄສກໍ່ຈະແມ່ນແຫ່ງພົບປະໃຫ້ນັກຊ່ຽວຊານ, ປັນຍາຊົນ, ວິສາຫະກິດ ແລະ ບັນດານັກວາງແຜນນະໂຍບາຍທີ່ມີຊື່ສຽງໄດ້ພົບປະກັນ, ນຶກຄິດ, ປະກອບແນວຄວາມຄິດສ້າງແຜນການ ແລະ ມີການກະທຳ ເພື່ອ ຫວຽດນາມ ທົ່ວໂລກ ພັດທະນາຢ່າງວັດທະນາຖາວອນ (ໃນວິໄສທັດ 2045). ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນດຶກເຄືອງ, ປະທານສະມາຄົມວິທະຍາສາດ ແລະ ນັກຊ່ຽວຊານ ຫວຽດນາມ ທົ່ວໂລກ, ເນັ້ນໜັກວ່າ.

        “ເຊື່ອມຕໍ່ອະນາຄົດ, ເຊື່ອມຕໍ່ຄູ່ຮ່ວມມື, ເຊື່ອມຕໍ່ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ສ້າງເວທີປາໄສເພື່ອແບ່ງປັນຂໍ້ມູນຂ່າວສານ ແລະ ສ້າງເຄືອຂ່າຍຮ່ວມມື ແມ່ນຈຸດປະສົງໃຫຍ່ສຸດຂອງພວກຂ້າພະເຈົ້າ ເມື່ອຍົກອອກແນວຄິດຈັດຕັ້ງເວທີປາໄສດັ່ງກ່າວ. ຫວັງວ່າ, ຜ່ານການປຶກສາຫາລືຢ່າງຟົດຟື້ນ, ນັກບັນລະຍາຍຈະພ້ອມກັນກຳນົດປັດໃຈຕົ້ນຕໍ ແລະ ມາດຕະການປ່ຽນແປງໃໝ່ປະດິດຄິດສ້າງ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ປະກອບສ່ວນສ້າງສາ ແລະ ພັດທະນາ ຫວຽດນາມ ກໍ່ຄືມາດຕະການລະດົມຜູ້ມີຄວາມເກັ່ງກ້າສາມາດ ຫວຽດນາມ ທົ່ວໂລກ ເພື່ອອະນາຄົດຂອງປະເທດຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ