ຫວຽດ​ນາມ ນອນ​ໃນ Top 5 ປະ​ເທດ​ທີ່​ນັກ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຢູ່ ສ.ເກົາຫຼີ ຫຼາຍ​ຄົນ

(VOVWORLD) - ອິນເດຍ, ຫວຽດນາມ, ອາເມລິກາ, ປາກີສະຖານ ແມ່ນ 5 ປະເທດມີຫຼາຍນັກຄົ້ນຄ້ວາຫຼາຍກ່ວາໝູ່ ເຂົ້າຮ່ວມບັນດາໂຄງການຄົ້ນຄ້ວາວິທະຍາສາດຂອງ ສ.ເກົາຫຼີ.
 ຫວຽດ​ນາມ ນອນ​ໃນ Top 5 ປະ​ເທດ​ທີ່​ນັກ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ຢູ່ ສ.ເກົາຫຼີ ຫຼາຍ​ຄົນ - ảnh 1

(ພາບປະກອບ: TTXVN)

    ຫວຽດນາມ ນອນໃນ Top 5 ປະເທດທີ່ນັກຄົ້ນຄ້ວາວິທະຍາສາດຢູ່ ສ.ເກົາຫຼີ ຫຼາຍຄົນ. ນີ້ແມ່ນໝາກຜົນຂອງບົດລາຍງານ “ໝາກຜົນວິເຄາະກຳລັງແຮງງານຕ່າງປະເທດ ດ້ານເຕັກໂນໂລຊີຍຸດທະສາດ ແຫ່ງຊາດ” ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ສ.ເກົາຫຼີ ປະກາດເມື່ອວັນທີ 14 ທັນວາທີ່ຜ່ານມາ.

  ຕາມບົດລາຍງານແລ້ວ, ຈຳນວນນັກຄົ້ນຄ້ວາວິທະຍາສາດຕ່າງປະເທດ ເຂົ້າຮ່ວມບັນດາໂຄງການຄົ້ນຄ້ວາ ແລະ ພັດທະນາ (R&D) ຂອງລັດຖະບານ ສ.ເກົາຫຼີ ແມ່ນ 22.000 ທ່ານ, ເທົ່າກັບ 3.2% ຈຳນວນແຫຼ່ງຊັບພະຍາກອນມະນຸດຄົ້ນຄ້ວາວິທະຍາສາດທັງໝົດ ຊື່ງໃນຈຳນວນເຫຼົ່ານັ້ນ, ຈີນ, ອິນເດຍ, ຫວຽດນາມ, ອາເມລິກາ, ປາກີສະຖານ ແມ່ນ 5 ປະເທດມີຫຼາຍນັກຄົ້ນຄ້ວາຫຼາຍກ່ວາໝູ່ເຂົ້າຮ່ວມ ບັນດາໂຄງການຄົ້ນຄ້ວາວິທະຍາສາດຂອງ ສ.ເກົາຫຼີ. ນັກຄົ້ນຄ້ວາຕ່າງປະເທດເຂົ້າຮ່ວມສ່ວນຫຼາຍແມ່ນ ໃນຂົງເຂດເຕັກໂນໂລຊີຊີວະສາດ, ປັນຍາປະດິດ, ເຄິ່ງຊັກນຳ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ