ຫວຽດນາມ - ບຸນກາຣີ ເພີ່ມທະວີການຮ່ວມມືຮອບດ້ານ

(VOVWORLD) - ທ່ານປະທານາທິບໍດີ ບຸນກາຣີ ຢັ້ງຢືນການສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ, ໃນນັ້ນມີການແກ້ໄຂບັນດາການປະທະກັນ, ການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ.
ຫວຽດນາມ - ບຸນກາຣີ ເພີ່ມທະວີການຮ່ວມມືຮອບດ້ານ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev
(ພາບ:VOV)

ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ວັນທີ 25 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev. ນະທີ່ນີ້, ສອງຝ່າຍເຫັນດີເປັນເອກະພາບສ້າງບັນດາບໍລິສັດຮ່ວມທຸລະກິດການຜະລິດໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມຕ້ອງການ, ພິເສດແມ່ນ logistics, ນະວັດຕະກຳ, ເຕັກໂນໂລຊີໃໝ່…ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາຢາກ ທ່ານປະທານາທິບໍດີ Rumen Radev, ສະພາແຫ່ງຊາດ, ລັດ ບຸນກາຣີ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກເປັນປົກກະຕິຢູ່ ບຸນກາຣີ ໄດ້ເຊື່ອມຕົວກັບສັງຄົມປະເທດປະຈຳຖິ່ນ.

        ສ່ວນທ່ານປະທານາທິບໍດີ ບຸນກາຣີ ຢັ້ງຢືນການສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງ ຫວຽດນາມ ແລະ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກ່ຽວກັບບັນດາບັນຫາຄວາມໝັ້ນຄົງພາກພື້ນ, ໃນນັ້ນມີການແກ້ໄຂບັນດາການປະທະກັນ, ການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດ ສປຊ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ບຸນກາຣີ Nikolai Denkov.

        ແລະກໍ່ໃນຕອນຄ່ຳວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ບຸນກາຣີ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

        “ຜ່ານການແລກປ່ຽນ, ບັນດາການນຳບຸນກາຣີ ລ້ວນແຕ່ສະເໜີໃຫ້ບັນດາວິສາຫະກິດສອງປະເທດຄວນສ້າງບັນດາຮູບແບບຮ່ວມດຳເນີນທຸລະກິດເພື່ອລົງທຶນເຂົ້າຕະຫຼາດຂອງກັນ ຫຼື ລົງທຶນເຂົ້າປະເທດທີສາມ. ດ້ວຍທີ່ຕັ້ງພິເສດຂອງຕົນ, ບຸນກາຣີ ອາດສາມາດລົງທຶນເຂົ້າ ຫວຽດນາມ ແລະ ຜ່ານນັ້ນກໍ່ລົງທຶນເຂົ້າ ຕະຫຼາດອາຊຽນ ເປີດກ້ວາງຂອບຂະໜາດຕະຫຼາດທີ່ມີປະຊາກອນ 650 ລ້ານຄົນ ແລະ ກົງກັນຂ້າມ, ດ້ວຍທີ່ຕັ້ງພູມສາດຍຸດທະສາດສຳຄັນຂອງບຸນກາຣີ, ວິສາຫະກິດ ຫວຽດນາມ ອາດຈະຮ່ວມສຳພັນກັບບັນດາວິສາຫະກິດ ບຸນກາຣີ ເພື່ອເຊື່ອມຊຶມຕະຫຼາດເອີລົບ ແລະ ບັນດາປະເທດເຂດ Balkan”.   

ຕອບກັບ

ຂ່າວ/ບົດ​ອື່ນ