ຫວຽດນາມ ບໍ່ມີເຈດຕະນາຄອບງຳເງິນຕາເພື່ອຍາດເອົາທ່າໄດ້ປຽບດ້ານການຄ້າ

(VOVWORLD) - ລັດຖະບານ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງກະຈ່າງແຈ້ງ ແລະ ສະດວກໃຫ້ແກ່ບັນດາວິສາຫະກິດຢູ່ທັງພາຍໃນ ແລະ ຕ່າງປະເທດ. 

ວັນທີ 06 ມິຖຸນາ, ທີ່ກອງປະຊຸມຂ່າວປະຈຳເດືອນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບເລື່ອງ ອາເມລິກາ ອາດຈະນຳ ຫວຽດນາມ ເຂົ້າໃນບັນຊີລາຍຊື່ບັນດາປະເທດຄອບງຳເງິນຕາຫຼືບໍ່? ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

        “ລັດຖະບານ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງກະຈ່າງແຈ້ງ ແລະ ສະດວກໃຫ້ແກ່ບັນດາວິສາຫະກິດຢູ່ທັງພາຍໃນ ແລະ ຕ່າງປະເທດ. ບັນດານະໂຍບາຍເສດຖະກິດການເງິນມະຫາພາກ, ເງິນຕາໄດ້ຮັບການບໍລິຫານຢ່າງຄົບຊຸດ, ໄຫວພິບຈາກບັນດາອົງການຄຸ້ມຄອງ ເໝາະສົມກັບສະພາບຕົວຈິງຂອງ ຫວຽດນາມ ແນໃສ່ເຮັດໃຫ້ບັນດາການດຸ່ນດ່ຽວມະຫາພາກເປັນປົກກະຕິ, ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

ຫວຽດນາມ ບໍ່ມີເຈດຕະນາຄອບງຳເງິນຕາເພື່ອຍາດເອົາທ່າໄດ້ປຽບດ້ານການຄ້າ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

       ເມື່ອຕອບຄຳຖາມກ່ຽວກັບບຸລິມະສິດຕ່າງໆຂອງ ຫວຽດນາມ ເມື່ອ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງໄດ້ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021, ໃນສະພາບທີ່ ຫວຽດນາມ ທັງດຳລົງຕຳແໜ່ງເປັນປະທານ ອາຊຽນ 2020, ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:

        “ພາຍຫລັງມີໝາກຜົນຢ່າງເປັນທາງການ, ການນຳ ຫວຽດນາມ ຈະມີສານສະບັບຕ່າງໆກ່ຽວກັບບັນດາບຸລິມະສິດລະອຽດຂອງ ຫວຽດນາມ ໃນອາຍຸການເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020 2021. ຫວຽດນາມ ກໍ່ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2020. ປະຈຸບັນ, ຫວຽດນາມ ພວມຕັ້ງໜ້າທີ່ສຸດໃນການກະກຽມທຸກດ້ານເພື່ອຮັບຜິດຊອບ 2 ຕຳແໜ່ງສຳຄັນນີ້, ກໍ່ຄືກະກຽມກ່ຽວກັບແຫຼ່ງກຳລັງ, ບຸກຄະລາກອນ, ກົນໄກສົມທົບລະຫວ່າງບັນດາອົງການຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ