ຫວຽດນາມ ປົກປ້ອງຜົນງານຄວ້າຫຼຽນຄຳໃນມື້ແຂ່ງຂັນວັນທີ 09 ພຶດສະພາ ຢູ່ SEA Games 32

(VOVWORLD) - ຫວຽດນາມ ໄດ້ຢືນອັນດັບທີ 2 ໃນຕາຕະລາງຄວ້າຫຼຽນລາງວັນ, ດ້ວຍຫຼຽນຄຳ 39 ຫຼຽນ, ຫຼຽນເງິນ 39 ຫຼຽນ ແລະ ຫຼຽນທອງ 46 ຫຼຽນ.
ຫວຽດນາມ ປົກປ້ອງຜົນງານຄວ້າຫຼຽນຄຳໃນມື້ແຂ່ງຂັນວັນທີ 09 ພຶດສະພາ ຢູ່ SEA Games 32 - ảnh 1ນັກກິລາ ແລ່ນ ແລະ ລານ ຫງວຽນທິແອັງ ຄວ້າໄດ້ຫຼຽນຄຳ 2 ຫຼຽນ
(ພາບ: TTXVN)

        ສິ້ນສຸດມື້ແຂ່ງຂັນວັນທີ 09 ພຶດສະພາ, ຢູ່ SEA Games 32, ຄະນະນັກກິລາ ຫວຽດນາມ ໄດ້ຢືນອັນດັບທີ 2 ໃນຕາຕະລາງຄວ້າຫຼຽນລາງວັນ, ດ້ວຍຫຼຽນຄຳ 39 ຫຼຽນ, ຫຼຽນເງິນ 39 ຫຼຽນ ແລະ ຫຼຽນທອງ 46 ຫຼຽນ. ຄະນະນັກກິລາ ໄທ ພວມຢືນອັນກັບທີ 1 ດ້ວຍຫຼຽນຄຳ 40 ຫຼຽນ.

        ໃນນັ້ນ, ນັກກິລາ ແລ່ນ ແລະ ລານ ຫງວຽນທິແອັງ ຄວ້າໄດ້ຫຼຽນຄຳ 2 ຫຼຽນ ໃນປະເພດແລ່ນ ແລະ ລານ 1.500 ມ ແລະ 3.000 ມ ຂ້າມອຸປະສັກ. ນີ້ແມ່ນຫຼຽນຄຳຫຼຽນທີ 3 ຂອງ ຫງວຽນທິແອັງ, ປະກອບສ່ວນເຂົ້າຜົນງານລວມຄວ້າໄດ້ຫຼຽນຄຳ 39 ຫຼຽນ ຂອງຄະນະນັກກິລາ ຫວຽດນາມ (ໄລ່ຮອດວັນທີ 09 ພຶດສະພາ) ຢູ່ SEA Games 32

        ດ້ວຍບັນດາໝາກຜົນໃນເບື້ອງຕົ້ນໃນ 4 ມື້ແຂ່ງຂັນເປັນທາງການຢູ່ SEA Games 32, ວັນທີ 09 ພຶດສະພາ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ສົ່ງຈົດໝາຍຍ້ອງຍໍຊົມເຊີຍບັນດາສະມາຊິກຄະນະນັກກິລາ ຫວຽດໄດ້ບັນລຸຜົນງານທີ່ໜ້າເອກອ້າງທະນົງໃຈຂອງກິລາ ຫວຽດນາມ; ປາດຖະໜາວ່າ ບັນດາສະມາຊິກໃນຄະນະມານະພະຍາຍາມຝຶກແອບ ແລະ ແຂ່ງຂັນດ້ວຍຈິດໃຈສູງສຸດ ເພື່ອສືບຕໍ່ຍາດໄດ້ຜົນງານດີເດັ່ນກວ່າຢູ່ SEA Games 32.

ຕອບກັບ

ຂ່າວ/ບົດ​ອື່ນ