ຫວຽດນາມ ປະກອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ ສປຊ ເພື່ອໜູນຊ່ວຍຊາວ ປາແລດສະຕິນ

(VOVWORLD) - ລັດຖະບານ ຫວຽດນາມ ຈະປະກອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ແກ່ອົງການ ສປຊ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ບັນດາຄົນລີ້ໄພ ປາແລດສະຕິນຢູ່ ເຂດ UNRWA
ຫວຽດນາມ ປະກອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ ສປຊ ເພື່ອໜູນຊ່ວຍຊາວ ປາແລດສະຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ

ຫວ່າງແລ້ວນີ້, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ໄດ້ຈັດການປຶກສາຫາລືກ່ຽວກັບບັນຫາ ປາແລດສະຕິນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ໄດ້ສະແດງຄວາມວິຕົກວັງວົນ ຕໍ່ບັນດາການບຸກໂຈມຕີແນໃສ່ສາມັນຊົນ, ພະນັກງານມະນຸດສະທຳ, ພື້ນຖານໂຄງລ່າງ ແລະ ການບໍລິການ ພົນລະເຮືອນທີ່ຈຳເປັນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຍິງໃນທັນທີ, ລະງັບໃຈຢ່າງສູງສຸດ, ເຄົາລົບກົດໝາຍມະນຸດສະທຳສາກົນ ແລະ ນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອປົກປ້ອງຊີວິດອີນຊີຂອງປະຊາຊົນ, ໃນນັ້ນມີການຮັບປະກັນຄວາມປອດໄພ ແລະ ປ່ອຍຕົວບັນດາຕົວປະກັນ.

        ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຈະປະກອບຈຳນວນເງິນ 500.000 ໂດລາສະຫະລັດ ໃຫ້ແກ່ອົງການ ສປຊ ກ່ຽວກັບການໜູນຊ່ວຍມະນຸດສະທຳໃຫ້ບັນດາຄົນລີ້ໄພ ປາແລດສະຕິນຢູ່ ເຂດ UNRWA ເພື່ອສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອົງການນີ້ ແລະ ສະແດງນ້ຳໃຈສາມັກຄີກັບປະຊາຊົນ ປາແລດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ