ຫວຽດນາມ ປະກອບສ່ວນ ສຳຄັນເຂົ້າໃນກອງປະຊຸມ ຂັ້ນສູງອາຊຽນ 23

ຫວຽດນາມ ປະກອບສ່ວນ ສຳຄັນເຂົ້າໃນກອງປະຊຸມ ຂັ້ນສູງອາຊຽນ 23 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 23
(ພາບ: InfoNet.vn)


(vovworld) - ​ເນື່ອງ​ໃນ​ໂອກາດ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ກັບ​ເມືອຮອດຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 23 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ. ວັນ​ທີ 10 ຕຸລາ, ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າມບິ່ງ​​ມິ​ງ ຢືນຢັນ​ວ່າ ກອງ​ປະຊຸມ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ສຳຄັນ ​ແລະ ຫວຽດນາມ ​ໄ​ດ້ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ກອງ​ປະຊຸມ.

ຕາມ​ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​​ ຟ້າ​ມບິ່ງ​ມິ​ງ ແລ້ວ, ໝາກຜົນ​​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ 23 ​​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ແມ່ນ ອາ​ຊຽນ ສືບ​ຕໍ່​ຮັກສາ​ຄວາມ​ສາມັກ​ຄີ, ​ເປັນ​ເອກະ​ພາບ​ພາຍ​ໃນ​ກຸ່ມ​ຢ່າງ​ໝັ້ນຄົງ. ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ຢືນຢັນ​ຄວາມ​ຕັດສິນ​ໃຈສືບ​ຕໍ່​ຍູ້​ແຮງ​ການກໍ່ສ້້າງປະຊາ​ຄົມ​ອາ​ຊຽນ ຮອດ​ປີ 2015, ຕົກລົງ​ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015, ດ້ວຍ​ຈຸດ​ສຸມ​ແມ່ນ​ນຳ​ປະຊາ​ຄົມ​ອາ​ຊຽນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ບັນດາ​ການ​ນຳ​ໄດ້​ເຫັນ​ດີ​ຮັບຮອງ​ເອົາຖະ​ແຫຼ​ງການ Bandar Seri Begawan ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015 ​ໂດຍ​ອີ່ງ​ໃສ່ 3 ​ເສົ້າ​ຄຳ​ປະຊາ​ຄົມ ​ແລະ ມຸ່ງ​ໄປ​ເຖິງ​ອາ​ຊຽນ ທີ່​ສະໜິດຕິດ​ພັນ​ດ້ານ​ການ​ເມືອງ, ​ເຊື່ອມ​ຕໍ່​ດ້ານ​ເສດ​ຖະກິດ, ພ້ອມ​ກັນ​ແບ່ງປັນ​ຄວາມຮັບຜິດຊອບ​ດ້ານ​ສັງຄົມ ​ແລະ ມຸ່ງ​ໄປ​ເຖິງ​ປະຊາ​ຊົນ, ປັບປຸງ​​ລະບຽບກົດໝາຍ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການຂອງ​ອາ​ຊຽນ.

        ກ່ຽວ​ກັບ​ບັນດາ​ການ​ປະກອບສ່ວນ​ຂອງ​ຫວຽດນາມ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການມີ​ຄວາມ​ຕັ້ງໜ້າ​ດ້ວຍ​ການປະກອບສ່ວນທີ່​ມີ​ລັກສະນະ​ສ້າງສັນ ​ແລະ ຄວາມ​ທີ່​ຮັບຜິດຊອບ​​ເຂົ້າ​ໃນ​ວຽກ​ງານ​ລວມຂອງ​ອາ​ຊຽນ. ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ສະ​ເໜີ​ກໍ່ສ້າງ ​ແລະ ຮັບຮອງ​ເອົາ​ໂຄງການ​ເຄື​່ອນ​ໄຫວ​, ທິດ​ທາງ​ກໍ່ສ້າງ​ປະ​ຊາ​ຄົມຫຼາຍ​ຢ່າງ​ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຕົ້ນ​ຕໍ່​ຂອງ​ອາ​ຊຽນ. ​ໃນ​ນັ້ນ​ມີ​ການ​ສ້າງ​ວິ​ໄສ​ທັດ​ອາ​ຊຽນ ພາຍຫຼັງ​ປີ 2015.

        ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ​ອາຊຽນ ​ເຫັນ​ດີ​ສະໜັບສະໜູນ​ບັນດາ​ຫຼັກການ​ທີ່​ໄດ້​ວາງ​ອອກ​ຂອງ​ອາ​ຊຽນ, ຮັກສາ​ຄວາມ​ສາມັກຄີ​ເພື່ອ​ໃຫ້​ອາ​ຊຽນ ​ມີ​ສຽງ​ເວົ້າ​ລວມ ​ແລະ ​ຕົ້ນ​ຕໍ່​ກ່ຽວ​ກັບ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ​ເນັ້ນ​ໜັກ​ເຖິງ​ການ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍສັນຕິ​ວິທີ, ​ເຄົາລົບ​ກົດໝາຍ​ສາກົນ ​ໂດຍ​ສະ​ເພາະ​ແມ່ນສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ (UNCLOS); ປະຕິບັດ DOC ​ໄປ​ຄຽງ​ຄູ່​ກັບ​ເລື່ອງ​ຊຸກຍູ້​ການ​ບັນລຸ​ໄດ້ COC ​ຢ່າງ​ຄົບ​ຖ້ວນ ​ແລະ ວ່ອງ​ໄວ.



ຂ່າວ/ບົດ​ອື່ນ