ຫວຽດນາມ ປະກອບສ່ວນຫລາຍພໍສົມຄວນກ່ຽວກັບແນວຄິດສິດທິມະນຸດ

ຫວຽດນາມ ປະກອບສ່ວນຫລາຍພໍສົມຄວນກ່ຽວກັບແນວຄິດສິດທິມະນຸດ  - ảnh 1

(vovworld) - ປະ​ເທດ​ຫວຽດນາມ ​ໃນ​ສັດຕະວັດ​ທີ 20 ​ໄດ້​ມີ​ການປະກອບສ່ວນ​ອັນ​ໃຫຍ່ຫລວງດ້ວຍ​ລັກສະນະ​ບຸກທະລຸ​ກ່ຽວ​ກັບ​ແນວ​ຄິດ​ສິດ​ທິມະນຸດ. ​ໃນ​ບົດ​ຂຽນທີ່​ລົງ​ພິມ​ໃນ​ຫນັງສືພິມ​ເຍີນ​ເຢີ​ນ (Nhân dân) ສະບັບ​ອອກ​ວັນ​ທີ 10/12 ​ເນື່ອງ​ໃນ​       ໂອກ​າດລະນຶກ 64 ​ປີ​ແຫ່ງ​ວັນ​ສ້າງ​ຄຳ​ປະກາດ​ຖະ​ແຫລ​ງກ່ຽວ​ກັບ​ສິດທິ​ມະນຸດ​ໃນ​ໂລກ (10/12/1948 - 10/12/2012), ທ່ານ ກາວ​ດືກທ໋າຍ (Cao Đức Thái) ຊຶ່ງ​ແມ່ນ​ຜູ້​ຂຽນບົດ​ດັ່ງກ່າວ​ໄດ້​ຢືນຢັນ​ຄື​ດັ່ງກ່າວ ​ແລະ ຊີ້​ແຈງ​ວ່າ ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ດ້ວຍ​ລັກສະນະ​ບຸກທະລຸ​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ລວມສູນ​ໃນ​ແນວ​ຄິດ​ໂຮ່ຈິ​ມິນ ​ແລະ ພຶດຕິ​ກຳ​ການ​ປະຕິວັດ​ຫວຽດນາມ. ຕາມ​ທ່ານ ກາວ​ດືກທ໋າຍ ​ແລ້ວ, ປະຫວັດສາດ ຫວຽດນາມ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສິດ​ທິມະນຸດ​ຢູ່ ຫວຽດນາມ ພຽງ​ແຕ່​ມີ​ເມື່ອ​ປະຊາຊົນ ຫວຽດນາມ ຍາດ​​ເອົາເອກະລາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ​ແລະ ປະທານ​ໂຮ່ຈິ​ມິນ​ໃນ​ການ​ປະຕິວັດ​ເດືອນ 8/1945. ​ເອກະລາ​ດຊົນ​ຊາດ, ອະທິປະ​ໄຕ​ແຫ່ງ​ຊາດ, ສິດ​ພົນລະ​ເມືອງ ​ແລະ ສິດ​ທິມະນຸດ​ຂອງ​ປະຊາຊົນ ຫວຽດນາມ ​ໄດ້​ລະບຸ​ໄວ້​ໃນ​ຄຳ​ປະກາດ​ຖະ​ແຫລ​ງ​ເອກະລາດ​ປີ 1945 ​ແລະ ລັດຖະທຳ​ມະນູນ​ປີ 1946, ຊື່​ງ​ແມ່ນ​ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ ປະ​ເທດ​ຫວຽດນາມ ​ໃຫມ່. ທ່ານ​ກາວ​ດືກທ໋າຍ ​ຍັງ​​​​ໃຫ້ຮູ້​ວ່າ: ປະຈຸ​ບັນ ຫວຽດນາມ ພວມ​ປະ​ເຊີນ​ຫນ້າ​ກັບຫລາຍ​ບັນຫາ​ກ່ຽວກັບ​ສິດທິ​ມະນຸດ, ​ແຕ່​ທ່ານ​ຍັງ​ຢືນ​ຢັນ ຄວາມ​ເຄົາ​ລົບ ​ແລະ ຮັບ​ປະກັນ​ສິດທິ​ມະນຸດ​ຍັງ​ຄົງ​ແມ່ນ​ສິດ​ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ສະ​ນັ້ນ ການ​ບັງຄັບ​ຮູບ​ແບບ​ປະຊາທິປະ​ໄຕ​ສິດ​ທິມະນຸດ​ໃດ​ຈາກ​ພາຍ​ນອກ ​ເດັດຂາດປະຊາຊົນ​ຫວຽດນາມ ບໍ່ຮັບ​ຮູ້​ໄດ​້.

ຂ່າວ/ບົດ​ອື່ນ