ຫວຽດນາມ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ IPU 147 ຢ່າງມີປະສິດທິຜົນ

(VOVWORLD) - ໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່, ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາວາລະປະຊຸມວິຊາສະເພາະ ຂອງເວທີປາໄສ ສະມາຊິກລັດຖະສະພາຍິງ IPU ແລະ ເວທີປາໄສສະມາຊິກ ລັດຖະສະພາໜຸ່ມທົ່ວໂລກ
ຫວຽດນາມ ປະກອບສ່ວນເຂົ້າໃນຜົນສຳເລັດຂອງ IPU 147 ຢ່າງມີປະສິດທິຜົນ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ່ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ:Hồng Minh/TTXVN)

ກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາໂລກ ຄັ້ງທີ 147 (IPU 147) ຈັດຂຶ້ນຢູ່ນະຄອນຫຼວງ Luanda ( ປະເທດ Angola) ໄດ້ສິ້ນສຸດລົງໃນວັນທີ 27 ຕຸລາ, ພາຍຫຼັງໂຮມປະຊຸມຢ່າງຟົດຟື້ນ ເປັນເວລາ 5 ມື້. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ່ງ, ນຳໜ້າຄະນະຜູ້ແທນ ຫວຽດນາມ, ເຂົ້າຮ່ວມ ແລະ ມີບົດກ່າວປາໄສ ທີ່ກອງປະຊຸມຄົບຄະນະຂອງກອງປະຊຸມສະມັດຊາໃຫຍ່.

ໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່, ບັນດາຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາວາລະປະຊຸມວິຊາສະເພາະ ຂອງເວທີປາໄສ ສະມາຊິກລັດຖະສະພາຍິງ IPU ແລະ ເວທີປາໄສສະມາຊິກ ລັດຖະສະພາໜຸ່ມທົ່ວໂລກ; ພ້ອມກັບບັນດາວາລະປະຊຸມຂອງ ສະພາພັດທະນາແບບຍືນຍົງ, ສະພາສັນຕິພາບ ແລະ ຄວາມໝັ້ນຄົງ ແຫ່ງຊາດ, ສະພາກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕ; ແລະ ສະພາກ່ຽວກັບບັນດາບັນຫາ ສປຊ. ທີ່ບັນດາເວທີປາໄສ ແລະ ສະພານີ້, ຄະນະຜູ້ແທນ ຫວຽດນາມ ລ້ວນແຕ່ໄດ້ມີບົດກ່າວປາໄສ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຕີລາຄາສູງຄຳເຫັນ ແລະ ຂໍ້ສະເໜີແນະຂອງຄະນະຜູ້ແທນ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ