ຫວຽດນາມ ປະຕິບັດກົນໄກປະຕູດຽວ ອາຊຽນ ຢ່າງມີປະສິດທິຜົນ

(VOVWORLD) - ຕາມທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລ້ວ, ທ້າຍປີ 2018, ກະຊວງຈະປະຕິບັດສຳເລັດ 100% ແຜນການເຊິ່ງລັດຖະບານມອບໝາຍໃຫ້

ຫວຽດນາມ ປະຕິບັດກົນໄກປະຕູດຽວ ອາຊຽນ ຢ່າງມີປະສິດທິຜົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ທີ່ກອງປະຊຸມ

ຕອນເຊົ້າວັນທີ 17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງ ກ່ຽວກັບໝາກຜົນແຫ່ງການປະຕິບັດກົນໄກປະຕູດຽວ ອາຊຽນ, ກົນໄກປະຕູດຽວແຫ່ງຊາດ ແລະ ສ້າງເງື່ອນໄຂດ້ານການຄ້າ. ຕາມທ່ານ ຫງວຽນວັນເຖ, ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ແລ້ວ, ທ້າຍປີ 2018, ກະຊວງຈະປະຕິບັດສຳເລັດ 100% ແຜນການເຊິ່ງລັດຖະບານມອບໝາຍໃຫ້, ແນໃສ່ນຳ 75 ລະບຽບການບໍລິຫານຂອງ 5 ຂົງເຂດໃນຂະແໜງຄົມມະນາຄົມຂົນສົ່ງ ເຂົ້າເຄື່ອນໄຫວຕາມກົນໄກປະຕູດຽວ ແລະ ປະຕູດຽວອາຊຽນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ, ສະເໜີວ່າ:

        “ກະຊວງຄົມມະນາຄົມຂົນສົ່ງ, ສືບຕໍ່ກວດກາເອກະສານນິຕິກຳ ກ່ຽວກັບການຄຸ້ມຄອງສະເພາະຂະແໜງ, ສົມທຽບກັບບັນດາຄາດໝາຍ ແລະ ໜ້າທີ່ເຊິ່ງບັນດາມະຕິຂອງລັດຖະບານ ແລະ ບັນດາແຜນການເຄື່ອນໄຫວ ໄດ້ວາງອອກເພື່ອສາມາດຫລຸດຜ່ອນບັນດາປະເພດສິນຄ້າບໍ່ຈຳເປັນຕ້ອງກວດກາກ່ອນທີ່ເຮັດລະບຽບການພາສີ, ສ້າງເງື່ອນໄຂດ້ານການຄ້າ, ໄປຄຽງຄູ່ກັນນັ້ນແມ່ນການຕ້ານການສໍ້ໂກງດ້ານການຄ້າ.”

ຕອບກັບ

ຂ່າວ/ບົດ​ອື່ນ