ຫວຽດນາມ ປະຕິບັດແຜນນະໂຍບາຍ, ນະໂຍບາຍການຮ່ວມມືລົງທຶນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ

(VOVWORLD) - ໝາກຜົນຂອງການດຶງດູດການລົງທຶນຈາກຕ່າງປະເທດໃນ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນນະໂຍບາຍນີ້ຂອງພັກ ແລະ ລັດແມ່ນຖືກຕ້ອງ
ຫວຽດນາມ ປະຕິບັດແຜນນະໂຍບາຍ, ນະໂຍບາຍການຮ່ວມມືລົງທຶນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 

ຕອນເຊົ້າວັນທີ 04 ຕຸລາ, ກອງປະຊຸມ 30 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດ (FDI) ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ: “30 ປີແຫ່ງການດຶງດູດການລົງທຶນຈາກຕ່າງປະເທດຢູ່ ຫວຽດນາມ - ວິໄສທັດ ແລະ ກາລະໂອກາດໃໝ່ໃນສັກກະລາດໃໝ່”. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຜູ້ແທນກ່ວາ 3.500 ຄົນເປັນການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດາອົງການທຸຕານຸທູດ; ສະຫະສະມາຄົມວິສາຫະກິດ, ບັນດາອົງການໜູນຊ່ວຍວິສາຫະກິດ, ອົງການຈັດຕັ້ງສາກົນ…

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ຢືນຢັນວ່າ:

        ທຶນ FDI ໄດ້ປະກອບສ່ວນສຳຄັນຊຸກຍູ້ການພັດທະນາເສດຖະກິດ ແລະ ຫັນປ່ຽນໂຄງປະກອບເສດຖະກິດ ພ້ອມທັງສ້າງຕັ້ງບັນດາຂະແໜງອຸດສາຫະກຳຕົ້ນຕໍຄື: ໂທລະຄົມມະນາຄົມ, ນ້ຳມັນອາຍແກັດ, ເອເລັກໂຕນິກ, ເຄມີ, ເຫຼັກກ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ເກີບໜັງ, ຕ່ຳແຜ່ນຕັດຫຍິບ, ປຸງແຕ່ງຜະລິດຕະພັນກະເສດສະບຽງອາຫານ…ດ້ວຍການເຂົ້າຮ່ວມຂອງ FDI ຫລາຍຂະແໜງຄື: ທະນາຄານ, FDI ຍັງແມ່ນປັດໄຈພັດທະນານການກໍ່ສ້າງບັນດາເຂດຕົວເມືອງໃໝ່, ອຳນວຍຄວາມສະດວກໃຫ້ ຫວຽດນາມ ເປີດກ້ວາງຕະຫລາດສາກົນ, ປະກອບສ່ວນເຮັດໃຫ້ການຄ້າມີຄວາມດຸ່ນດ່ຽງ. ການດຶງດູດ FDI ຍັງປະກອບສ່ວນໃຫ້ແກ່ວິວັດການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຊ່ວຍຍົກສູງຂອບຂະໜາດ, ບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນເວທີສາກົນ.

        ໝາກຜົນຂອງການດຶງດູດການລົງທຶນຈາກຕ່າງປະເທດໃນ 30 ປີຜ່ານມາ ໄດ້ສະແດງໃຫ້ເຫັນນະໂຍບາຍນີ້ຂອງພັກ ແລະ ລັດແມ່ນຖືກຕ້ອງ. ທ່ານ Tomaso Andreatta ປະທານຮ່ວມສຳພັນທະມິດເວທີປາໄສວິສາຫະກິດ ຫວຽດນາມ (VBF) ຖືວ່າ:

        ໝາກຜົນທີ່ບັນລຸໄດ້ນີ້ ແມ່ນຍ້ອນຊາວ ຫວຽດນາມ ຍາມໃດກໍ່ຖອດຖອນບົດຮຽນ, ມີຄວາມດຸໝັ່ນ ແລະ ຍ້ອນນະໂຍບາຍດຶງດູດ FDI ຂອງລັດຖະບານໃນຕະຫລອດຊຸມປີຜ່ານມາ ກໍ່ຄືເລື່ອງ ລັດຖະບານຕັ້ງໜ້າເປີດກ້ວາງການພົວພັນແລກປ່ຽນກັບຕ່າງປະເທດ.

        ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບົດບາດຂອງແຫຼ່ງທຶນ FDI ສຳລັບການພັດທະນາຂອງເສດຖະກິດ ຫວຽດນາມ ແລະ ຊີ້ແຈ້ງວ່າ ຄວນມີມາດຕະການສັງລວມເພື່ອດຶງດູດແຫຼ່ງທຶນ FDI ໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ວ່າ: ບົນພື້ນຖານບົດລາຍງານສະຫລຸບ 30 ປີແຫ່ງການລົງທຶນຈາກຕ່າງປະເທດ, ລັດຖະບານຈະຍື່ນສະເໜີຕໍ່ກົມການເມືອງເພື່ອປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ