ຫວຽດນາມ ປາດຖະໜາ ຢາກເພີ່ມທະວີການຮ່ວມມື ດ້ານຍຸຕິທຳກັບແບນຊິກ

ຫວຽດນາມ ປາດຖະໜາ ຢາກເພີ່ມທະວີການຮ່ວມມື ດ້ານຍຸຕິທຳກັບແບນຊິກ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ແບນ​ຊິກ
(ພາບ: vietnamplus.vn)


(vovworld) - ທ່ານ​ເອກ​ອັກຄະ​ລັດຖະທູ​ດຫວຽດນາມ ປະຈຳ​ແບນ​ຊິກ, ລຸກ​ຊຳ​ບົວ ​ແລະ ຢູ່ຄຽງ​ຂ້າງ​ສະຫະພາບ​ເອີ​ລົບ, ຟ້າ​ມ​ແຊງ​ເຈົາ, ​ຫາ​ກໍ່​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ສານ​ສູງ​ສຸດ ​ແລະ ອົງການ​ໄ​ອຍະ​ການສູງ​ສຸດ​ ແບນ​ຊິກ, ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ລາຍການ​ຮ່ວມ​ມື​ລະ​ຫວ່າງ 2 ອົງການ​ດັ່ງກ່າວ​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ຍຸຕິ​ທຳ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຝ່າຍ ​ແບນ​ຊິກ ຈະ​ດຳ​ເນີນ​ບັນດາ​ລາຍການ​ຮ່ວມ​ມື​ກັບ​ສານ​ປະຊາຊົນ​ສູງ​ສຸດ ​ແລະ ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຂອງ​ຫວຽດນາມ. ​ການ​ຮ່ວມ​ມື​ດ້ານ​ຍຸຕິ​ທຳ​ລະຫວ່າງ​ຫວຽດນາມ ​ແລະ ​ແບນ​ຊິກ ມີ​ທ່າ​ແຮງ​ຫຼາຍ​ຢ່າງ​ເພື່ອ​ພັ​ດທະນາ​ຄື ການ​ພົວພັນ​ດ້ານ​ການ​ເມືອງ​ເປັນ​ຢ່າງ​ດີ, ລະບົບ​ກົດໝາຍ​ຄ້າຍ​ຄື​ກັນ, ທັງ 2 ປະ​ເທດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ກຸ່ມ​​ໃຊ້​ພາສາ​ຝລັ່ງ. 2 ຝ່າຍ​ມີ​ຄວາມ​ສາມາດ​ຫຼາຍ​ຢ່າງ​ໃນ​ການເພີ່ມ​ທະວີ​ການ​ຮ່ວມ​ມື​ ແລກປ່ຽນ​ບົດຮຽນ​ກ່ຽວ​ກັບການ​ປະຕິບັດ​ຍຸຕິ​ທຳ, ກົດໝາຍ, ບຳລຸງ​ສ້າງ, ​ແລກປ່ຽນ​ຄະນະ​ຜູ້​ແທນ ​ເພື່ອ​ແນ​ໃສ່​ຊອກ​ຮູ້​ສຳ​ເນົາ, ປັບປຸງ​ລະບົບ​ກົດໝາຍ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມ​ແຊງ​ເຈົາ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ຂົງ​ເຂດ​ຍຸຕິ​ທຳ​ຈະ​ໄດ້​ຮັບ​ການ​ພັດທະນາ ຍ້ອນ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ເປັນ​ປະ​ເທດ​ດຽວ​ຂອງ​ອາຊີ ​ໄດ້​ຮັບ​​ການ​ຊ່ວຍ​ເຫຼືອພັດທະນາ​ຂອງ​ແບນ​ຊິກ.

ຂ່າວ/ບົດ​ອື່ນ