ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ອີ​ຣານ ໃນຫຼາຍ​ຂົງ​ເຂດ

(VOVWORLD) - ອີຣານ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ທ່ານເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືກັບ ອີຣານ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຣານ ແຕ່ວັນທີ 19 – 22 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງພາຍໃນ ອີຣານ Ahmad Vahidi. ໃນຊຸມວັນຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ອີຣານ, ທ່ານລັດຖະມົນຕີ ໂຕເລິມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ ຜູ້ທີໜຶ່ງ ອີຣານ Mohammad Mokhber, ພົບປະສົນທະນາກັບທ່ານລັດຖະມົນຕີກະຊວງພາຍໃນ ອີຣານ Ahmad Vahidi ແລະ ທ່ານລັດຖະມົນຕີກະຊວງຍຸຕິທຳ ອີຣານ Amin Houssein Rahimi, ພົບປະກັບທ່ານຫົວໜ້າກອງບັນຊາການໃຫຍ່ຕຳຫຼວດແຫ່ງຊາດ ອີຣານ Ahmad Reza Radan.

ຫວຽດ​ນາມ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ກັບ ອີ​ຣານ ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານລັດຖະມົນຕີກະຊວງ ຕຳຫຼວດ ຫວຽດນາມ ໂຕເລິມ ແລະ ທ່ານລັດຖະມົນຕີກະຊວງພາຍໃນ ອີຣານ Ahmad Vahidi ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວາງ 2 ກະຊວງ  (ພາບ: TTXVN)

        ທີ່ການພົບປະກັບທ່ານຮອງປະທານາທິບໍດີຜູ້ທີໜຶ່ງ ອີຣານ Mohammad Mokkber, ທ່ານລັດຖະມົນຕີ ໂຕເລີມ ຢັ້ງຢືນວ່າ ອີຣານ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ. ທ່ານເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກປັບປຸງ ແລະ ຊຸກຍູ້ການພົວພັນຮ່ວມມືກັບ ອີຣານ ໃນຫຼາຍຂົງເຂດ, ໂດຍສະເພາະແມ່ນໃນຂົງເຂດການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

        ສ່ວນທ່ານຮອງປະທານາທິບໍດີຜູ້ທີໜຶ່ງ ອີຣານ Mohammad Mokhber ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ຫວຽດນາມ ຈະປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍລະຫວ່າງສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ບັນດາອົງການປະຕິບັດກົດໝາຍຂອງ ອີຣານ ເວົ້າສະເພາະ.

        ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ອີຣານ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ໄດ້ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ເຕເຣຣານ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອີຣານ ຄົບຮອບ 50 ປີ (4/8/1973 – 4/8/2023) ໂດຍສະຖານທູດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອີຣານ ສົມທົບກັນຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ