ຫວຽດນາມ ປາດຖະໜາສືບຕໍ່ຊຸກຍູ້ການຮ່ວມມືກັບສະຫະປະຊາຊາດ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຜ່ານບັນດາການປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງໃນທຸກດ້ານຢູ່ບັນດາເວທີປາໄສຫຼາຍຝ່າຍ
ຫວຽດນາມ ປາດຖະໜາສືບຕໍ່ຊຸກຍູ້ການຮ່ວມມືກັບສະຫະປະຊາຊາດ - ảnh 1ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຍື່ນສານຕາຕັ້ງຕໍ່ທ່ານນາງ Tatiana Valovaya, ຫົວໜ້າຫ້ອງການສະຫະປະຊາຊາດ
(ພາບ: TTXVN)

        ວັນທີ 28 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ມາຍຟານຢຸງ ໄດ້ຍື່ນສານຕາຕັ້ງຕໍ່ທ່ານນາງ Tatiana Valovaya, ຫົວໜ້າຫ້ອງການສະຫະປະຊາຊາດ, ທີ່ ເຊີແນວ, ປະເທດ ສະວິດ, ເລີ່ມປະຕິບັດງານຢ່າງເປັນທາງການ ດ້ວຍຖານະເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການສາກົນອື່ນໆຢູ່ ເຊີແນວ.

        ທີ່ການແລກປ່ຽນ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຜ່ານບັນດາການປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງໃນທຸກດ້ານຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ. ທ່ານສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດ ໃນອາຍຸການປະຕິບັດງານ, ພິເສດ, ເມື່ອ ຫວຽດນາມ ພວມຮັບດຳລົງຕຳແໜ່ງເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2023 – 2025 ແລະ ໄດ້ຮັບສະໝັກເລືອກຕັ້ງຄືນໃໝ່ເປັນສະມາຊິກສະພາສິດທິມະນຸດອາຍຸການ 2026 – 2028.

        ສ່ວນທ່ານນາງ Tatiana Valovaya, ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ໄດ້ປະກອບສ່ວນສຳຄັນຫຼາຍຢ່າງໃນການປະຕິບັດບັນດາພັນທະຂອງສະຫະປະຊາຊາດ. ສະຫະປະຊາຊາດປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຫຼາຍໂຄງການອື່ນໆໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ