ຫວຽດນາມ ຜັນຂະຫຍາຍການຕ້ານ, ສະກັດກັ້ນການຄ້າມະນຸດຢ່າງມີປະສິດທິຜົນ

(VOVWORLD) - ທ່ານນາງ ຮ່າທິງາ, ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ການຄ້າມະນຸດ, ຍາມໃດກໍ່ແມ່ນບັນຫາເຄັ່ງຮ້ອນ, ບໍ່ພຽງແຕ່ສຳລັບບັນດາປະເທດເທົ່ານັ້ນ...
ຫວຽດນາມ ຜັນຂະຫຍາຍການຕ້ານ, ສະກັດກັ້ນການຄ້າມະນຸດຢ່າງມີປະສິດທິຜົນ - ảnh 1ຕຳຫຼວດແຂວງ ເງະອານ ແລະ ສະຫະພັນແມ່ຍິງແຂວງສົມທົບກັນໂຄສະນາກ່ຽວກັບການຄ້າມະນຸດໃຫ້ແກ່ປະຊາຊົນ (ພາບປະກອບຈາກ Minh Hiền/dangcongsan.vn)

ຕອນຄ່ຳວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ສົມທົບກັບກະຊວງຕຳຫຼວດ ຈັດພິທີປຸກລະດົມຕອບສະໜອງ “ວັນໂລກຕ້ານ, ສະກັດກັ້ນການຄ້າມະນຸດ” (30/7) ແລະ “ວັນທົ່ວປວງຊົນຕ້ານ, ສະກັດກັ້ນການຄ້າມະນຸດ” ເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ໃນການຕັດສິນໃຈສະກັດກັ້ນການຄ້າມະນຸດ.

        ກ່າວຄຳເຫັນໄຂພິທີປຸກລະດົມ, ທ່ານນາງ ຮ່າທິງາ, ປະທານສູນກາງສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ການຄ້າມະນຸດ, ຍາມໃດກໍ່ແມ່ນບັນຫາເຄັ່ງຮ້ອນ, ບໍ່ພຽງແຕ່ສຳລັບບັນດາປະເທດເທົ່ານັ້ນ, ຫາກຍັງກາຍເປັນໄພອັນຕະລາຍທົ່ວໂລກອີກດ້ວຍ. ທ່ານນາງ ຮ່າທິງາ ເນັ້ນໜັກວ່າ:

        “ສະຫະພັນແມ່ຍິງ ຫວຽດນາມ ຈະສືບຕໍ່ປະຕິບັດຄາດໝາຍໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ການຄ້າມະນຸດ 80% ເມື່ອກັບມາຢ່າງໜ້ອຍສຸດໄດ້ເຂົ້າເຖິງກັບການບໍລິການໜູນຊ່ວຍສັງຄົມ. ພິເສດ, ສະຫະພັນແມ່ຍິງຈະເພີ່ມທະວີໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ສະມາຊິກສະຫະພັນແມ່ຍິງ, ແມ່ຍິງ, ປະຊາຊົນ ກ່ຽວກັບການນຳໃຊ້ສື່ສັງຄົມອອນໄລຢ່າງປອດໄພ ເພື່ອຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດເວົ້າສະເພາະ ແລະ ອາດຊະຍາກຳປະເພດຕ່າງໆເວົ້າລວມຢູ່ໃນເຄືອຂ່າຍອິນເຕີເນັດ.”

ຕອບກັບ

ຂ່າວ/ບົດ​ອື່ນ