ຫວຽດນາມ ພວມມີ ທ່າໄດ້ປຽບໃນການ ດຶງດູດການລົງທຶນຈາກ ຍີ່ປຸ່ນ

ຫວຽດນາມ ພວມມີ ທ່າໄດ້ປຽບໃນການ ດຶງດູດການລົງທຶນຈາກ ຍີ່ປຸ່ນ - ảnh 1
(ພາບປະກອບ)

(vovworld) - ​ບົດ​ລາຍ​ງານ​ທ່າ​ອ່ຽງ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ຍີ່ປຸ່ນ ຢູ່​ຫວຽດນາມ ​ໂດຍ​ອົງການ​ຊຸກຍູ້​ການ​ຄ້າ​ຕ່າງປະ​ເທດ​ຍີ່ປຸ່ນ (JETRO) ປະກາດຫວ່າງ​​ແລ້ວ​ນີ້​ໃຫ້​ຮູ້​ວ່າ, ມີວິ​ສາ​ຫະກິດ​ຍີ່ປຸ່ນ​ເຖິງ 70% ລົງທຶນ​ເຂົ້າ​ຫວຽດນາມ ພວມ​ມີ​ແຜນການ​ເປີດ​ກວ້າງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ສືບ​ຕໍ່​ຖື​ຫວຽດນາມ ​ແມ່ນ​ສະຖານ​ທີ່​ສຳຄັນ​ເພື່ອລົງທຶນ. ອັດຕາ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ໄດ້​ລື່ນ​ກາຍ ອິນ​ໂດ​ເນ​ເຊຍ, ​​ໄທ, ຟີ​ລິບ​ປີນ ​ໃນ​ການ​ແກ່ງ​​ແຍ້ງດຶງ​ດູດ​ເງິນ​ລົງທຶນ​ຈາກ​ຍີ່ປຸ່ນ. ຕາມ​ທ່ານ Atsusuke Kawada, ຫົວ​ໜ້າ​ຜູ້ຕາງໜ້າ JETRO ປະຈຳ​ຫວຽດນາມ ​ແລ້ວ, ປະຈຸ​ບັນ​​ມີ​ວິ​ສາ​ຫະກິດ​ຍີ່ປຸ່ນ 2.000 ​ແຫ່ງພວມລົງທຶນ​​ເຂົ້າ​ຫວຽດນາມ ລວມທັງ​ບັນດາ​ຫ້ອງການຜູ້​ຕາງໜ້າ. ​ໃນ​ມໍ່ໆ​ມາ​ນີ້, ມີ​ວິ​ສາ​ຫະກິດຫຼາຍ​ແຫ່ງ ​ໄດ້ມີ​ທ່າ​ອ່ຽງລົງທຶນ, ກໍ່ສ້າງ​ບັນດາ​ໂຮງງານ​​ແຫ່ງທີ 2, ທີ 3 ຢູ່​ຫວຽດນາມ ​ແລະ  ບໍ່​ພຽງ​ແຕ່​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ເຂດ​ອຸດສາຫະກຳ​ໃຫຍ່​ເທົ່າ​ນັ້ນ ຫາກ​ຍັງເປີດ​ກວ້າງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ອີກດ້ວຍ.

        ທ່ານ Kawada ກໍ່​ຖື​ວ່າ, ປະຊາ​ຄົມ​ວິ​ສາ​ຫະກິດ​ຍີ່ປຸ່ນ ​ໄດ້​ຕີ​ລາຄາ​ສູງ​ຂອບ​ເຂດ ​ແລະ ຄວາມ​ສາມາດ​​ເຕີບ​ໂຕ​ຂອງ​ຕະຫຼາດ​ຫວຽດນາມ ກໍ່​ຄື​ສະຖຽນລະ​ພາບ​ດ້ານ​ການ​ເມືອງ - ສັງຄົມ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ