ຫວຽດນາມ ພ້ອມແລ້ວຈະປະກອບສ່ວນຊຸກຍູ້ການເຈລະຈາ, ຊອກຫາມາດຕະການເພື່ອເຮັດໃຫ້ສະພາບຢູ່ ຢູແກຼນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ

(VOVWORLD) -ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ວ່າ: ທຸກການຂັດແຍ້ງກັນລ້ວນແຕ່ໄດ້ຮັບການແກ້ໄຂໂດຍສັນຕີວິທີ
ຫວຽດນາມ ພ້ອມແລ້ວຈະປະກອບສ່ວນຊຸກຍູ້ການເຈລະຈາ, ຊອກຫາມາດຕະການເພື່ອເຮັດໃຫ້ສະພາບຢູ່ ຢູແກຼນກັບຄືນສູ່ຄວາມເປັນປົກກະຕິໂດຍໄວ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba)

ຕອນບ່າຍວັນທີ 12 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບຄູ່ຮ່ວມຕ່ຳແໜງ ລັດເຊຍ ແລະ ຢູແກຼນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ, ພວມດຳເນີນຢູ່ນະຄອນຫຼວງ ພະນົມເປັນ,  ປະເທດ ກຳປູເຈຍ.

ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov, ລັດຖະມົນຕີທັງ 2 ທ່ານເຫັນດີນຳກັນໂດຍຖືວ່າ, ລັດຖະມົນຕີການຕ່າງປະເທດຂອງ 2 ປະເທດ ຄວຍສືບຕໍ່ເສີມຂະຫຍາຍບົດບາດປະສານງານໃນການຊຸກຍູ້ບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງຂອງ 2 ປະເທດບັນລຸໄດ້ເວົ້າລວມ, ຊຸກຍູ້ການສົມທົບກັນລະຫວ່າງ 2 ອົງການເວົ້າສະເພາະ, ໃນນັ້ນມີເລື່ອງ ຜັນຂະຫຍາຍແຜນການຮ່ວມມືລະຫວ່າງ 2 ກະຊວງ.

ທີ່ການພົບປະລະຫວ່າງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba, 2 ຝ່າຍໄດ້ເຫັນດີຈັດການປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງ ແລະ ກອງປະຊຸມຄັ້ງທີ 16 ຄະນະກຳມະການລະຫວ່າງລັດຖະບານໂດຍໄວ ເພື່ອກວດກາສະພາບການຮ່ວມມື 2 ຝ່າຍໃນບັນດາຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ເຊິ່ງປະຈຸບັນ ພວມຖືກຜົນສະທ້ອນຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ທີ່ບັນດາການພົບປະ, ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ ຢູແກຼນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ວ່າ: ທຸກການຂັດແຍ້ງກັນລ້ວນແຕ່ໄດ້ຮັບການແກ້ໄຂໂດຍສັນຕີວິທີ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍາກົນ ແລະ ກົດບັດສະຫະປະຊາຊາດ; ປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງຄວນອົດກັ້ນ, ຢຸດຕິການປະທະກັນໂດຍໄວ ແລະ ເຊື່ອມຕໍ່ການເຈລະຈາຄືນໃໝ່.       

ຕອບກັບ

ຂ່າວ/ບົດ​ອື່ນ