ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເພື່ອ​ພ້ອມ​ກັນ​ກະ​ທຳ ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ໂດຍແມ່ນໜຶ່ງໃນ 4 ປະເທດ ທີ່ໄດ້ສ້າງສາຍພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳກັບບັນດາປະເທດພັດທະນາ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດເພື່ອພ້ອມກັນເຄື່ອນໄຫວເພື່ອເປົ້າໝາຍພັດທະນາແບບຍືນຍົງ, ໂດຍຜ່ານການແບ່ງປັນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ.
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ ເພື່ອ​ພ້ອມ​ກັນ​ກະ​ທຳ ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ເວທີປາໄສ (ພາບ:VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ (Forum Global Gateway), ໂດຍສະຫະພາບເອີຣົບ (ອີຢູ) ຈັດຂຶ້ນແຕ່ວັນທີ 25 – 26 ຕຸລາ ຢູ່ ແບນຊິກ.

        ດ້ວຍຫົວຂໍ້ “ພ້ອມກັນສ້າງຄວາມເຂັ້ມແຂງກວ່າ ໂດຍຜ່ານການລົງທຶນແບບຍືນຍົງ”, ເວທີປາໄສ ໄດ້ວາງອອກເປົ້າໝາຍເພີ່ມທະວີການສົມທົບລະຫວ່າງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ຂົງເຂດເອກະຊົນໃນການເຫັນດີເຫັນພ້ອມຕໍ່ການກຳນົດທິດ ແລະ ການລະດົມກຳລັງ, ເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ລະບົບສາທາລະນະສຸກ ເພື່ອເປົ້າໝາຍພັດທະນາແບບຍືນຍົງ.

        ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ໂດຍແມ່ນໜຶ່ງໃນ 4 ປະເທດ ທີ່ໄດ້ສ້າງສາຍພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸຕິທຳກັບບັນດາປະເທດພັດທະນາ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດເພື່ອພ້ອມກັນເຄື່ອນໄຫວເພື່ອເປົ້າໝາຍພັດທະນາແບບຍືນຍົງ, ໂດຍຜ່ານການແບ່ງປັນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ.


 

ຕອບກັບ

ຂ່າວ/ບົດ​ອື່ນ