ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) -   ວັນທີ 01 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າໜ່ວຍປະຕິບັດງານລະຫວ່າງຂະແໜງ ກ່ຽວກັບເລື່ອງ ຫວຽດນາມ ຮັບດຳລົງບົດບາດເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ 2021.
ຫວຽດ​ນາມ ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ (ພາບ: ກະຊວງການຕ່າງປະເທດ)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີດັ້ງຮວ່າງຢາງ ໄດ້ຕີລາຄາສູງຕໍ່ຄວາມເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ, ການປະກອບສ່ວນ ແລະ ການສົມທົບຢ່າງມີປະສິດທິຜົນ ແລະ ທັນການຂອງບັນດາອົງການສະມາຊິກໜ່ວຍປະຕິບັດງານລະຫວ່າງຂະແໜງ ກໍຄືບັນດາອົງການອື່ນໆທີ່ກ່ຽວຂ້ອງໃນວຽກງານເສນາທິການ, ຜັນຂະຫຍາຍ, ການເຂົ້າຮ່ວມ, ການປະກອບສ່ວນ ແລະ ສື່ຂ່າວ, ໂຄສະນາກ່ຽວກັບບັນດາການເຄື່ອນໄຫວຂອງ ຫວຽດນາມ ຢູ່ ສະພາຄວາມໝັ້ນຄົງ ສປຊ, ປະກອບສ່ວນປະຕິບັດບັນດາໜ້າທີ່ ແລະ ເປົ້າໝາຍທີ່ໄດ້ວາງອອກໄດ້ເປັນຢ່າງດີ, ນຳມາເຊິ່ງໝາກຜົນຕັ້ງໜ້າ, ພິເສດແມ່ນໃນເດືອນ ຫວຽດນາມ ຮັບບົດບາດເປັນປະທານ ສະພາຄວາມໝັ້ນຄົງ (4/2021), ຜ່ານນັ້ນ ສ້າງສະພາບແວດລ້ອມສາກົນທີ່ສະດວກແກ່ການພັດທະນາ ແລະ ການເຊື່ອມໂຍງຂອງປະເທດຊາດ, ຊຸກຍູ້ການພົວພັນໄມຕີຈິດມິດຕະພາບສອງຝ່າຍ ລະຫວ່າງ ຫວຽດນາມກັບບັນດາປະເທດ, ໂດຍສະເພາະແມ່ນບັນດາປະເທດໃຫຍ່. ນະທີ່ນີ້, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ກໍຍົກອອກບັນດາມາດຕະການ, ກຳນົດທິດໃຫຍ່ໃນການຜັນຂະຫຍາຍໜ້າທີ່ຂອງ ຫວຽດນາມ ຢູ່ ສປຊ ໃນ 6 ເດືອນທ້າຍປີ 2021. ຜ່ານນັ້ນ, ມຸ່ງໄປເຖິງການປະຕິບັດສຳເລັດອາຍຸການເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ 2020 – 2021, ສະແດງໃຫ້ເຫັນບັນດາການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນວຽກງານລວມຂອງປະຊາຄົມສາກົນ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ຊຸກຍູ້ການຮ່ວມມືກັບບັນດາປະເທດ, ຄູ່ຮ່ວມມື ບົນເນື້ອໃນຈິດໃຈຂອງທິດນຳທີ່ວ່າ “ເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອພື້ນຖານສັນຕິພາບແບບຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ