ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ

(VOVWORLD) -ທ່ານພົນເອກ ຟານວັນຢາງ ເນັ້ນໜັ້ກເຖິງທັດສະນະຂອງ ຫວຽດນາມ, ນັ້ນແມ່ນ ຫວຽດນາມ ມີຄວາມຫວັງວ່າ ທຸກປະເທດ, ຊົນຊາດໃນໂລກ ລ້ວນແຕ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງສະເໝີພາບ. ຫວຽດນາມ ມີຄວາມຫວັງຢາກກາຍເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ - ảnh 1 ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ກ່າວຄຳເຫັນທີ່ການເຈລະຈາ

ໃນຂອງເຂດການເຈລະຈາ Shangri – Lan 2022 ຢູ່ສິງກະໂປ, ຕອນບ່າຍວັນທີ 11 ມິຖຸນາ, ຢູ່ວາລະປຶກສາຫາລື “ຫັນການທະຫານ ແລະ ກຳລັງຄວາມສາມາດໃນການປ້ອງກັນຊາດເປັນທັນສະໄໝ”, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີບົດກ່າວປາໄສສຳຄັນດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການປ້ອງກັນຊາດ, ປົກປັກຮັກສາປະເທດຊາດ”.

ເປີດສາດບົດກ່າວປາໄສ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຢັ້ງຢືນວ່າ ໂລກພວມມີການຜັນແປຢ່າງສັບສົນດ້ວຍສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ໃນຂະນະນັ້ນທີ່ທ່າອ່ຽງສັນຕິພາບພັດທະນາຍາມໃດກໍ່ແມ່ນຄວາມປາດຖະໜາລວມຂອງມວນມະນຸດ ການແກ້ງແຍ່ງຍຸດທະສາດ, ຄວາມຂັດແຍ້ງກັນ, ການປະທະກັນດ້ານຜົນປະໂຫຍດການຂັດແຍ່ງກັນອະທິປະໄຕ, ຜືນແຜ່ນດິນລະຫວ່າງບັນດາປະເທດຍັງສືບຕໍ່ເກີດຂຶ້ນ. ທ່ານກ່າວວ່າ:

ການປ້ອງກັນຊາດ ຫວຽດນາມ ແມ່ນພື້ນຖານການປ້ອງກັນຊາດທົ່ວປວງຊົນ, ມີລັກສະນະສັນຕິພາບ, ປ້ອງກັນຕົນເອງ, ຕັ້ງໜ້າເປັນເຈົ້າການ, ເດັດດ່ຽວຢຶດໝັ້ນ, ສະກັດກັ້ນຄວາມສ່ຽງເກີດສົງຄາມ. ເປົ້າໝາຍລຸ້ລວງຂອງການປ້ອງກັນຊາດ ຫວຽດນາມ ແມ່ນປົກປັກຮັກສາເອກະລາດອະທິປະໄຕຢ່າງໝັ້ນແກ່ນ, ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ, ຮັກສາການເມືອງຢ່າງມີສະຖຽນລະພາບ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ ເພື່ອພັດທະນາ ແລະ ສ້າງສາປະເທດຊາດ, ສະແດງໃຫ້ເຫັນບົດບາດຄວາມຮັບຜິດຊອບສາກົນອັນສູງສົ່ງທີ່ຢາກປະກອບສ່ວນໃຫ້ແກ່ສັນຕິພາບ, ວັດທະນາຖາວອນ, ການຮ່ວມມື, ພັດທະນາລວມຂອງພາກພື້ນ ແລະ ໂລກ.

ທີ່ວາລະປະຊຸມ, ທ່ານພົນເອກ ຟານວັນຢາງ ເນັ້ນໜັ້ກເຖິງທັດສະນະຂອງ ຫວຽດນາມ, ນັ້ນແມ່ນ ຫວຽດນາມ ມີຄວາມຫວັງວ່າ ທຸກປະເທດ, ຊົນຊາດໃນໂລກ ລ້ວນແຕ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາຢ່າງສະເໝີພາບ. ຫວຽດນາມ ມີຄວາມຫວັງຢາກກາຍເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ