ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ສ້າງ​ພື້ນ​ຖານ​ກະ​ສິ​ກຳແຫ່ງ​ສີຂຽວ - ຊີ​ວະ​ພາບ - ຍືນ​ຍົງ

(VOVWORLD) -ວັນທີ 23 ພຶດສະພາ, ກອງປະຊຸມປະຈຳປີຄັ້ງທີ 52 ເວທີປາໄສເສດຖະກິດໂລກ (WEF) ດ້ວຍຫົວຂໍ້ “ປະຫວັດສາດໃນໄລຍະບາດລ້ຽວ: ນະໂຍບາຍຂອງລັດຖະບານ, ຍຸດທະສາດຂອງ ວິສາຫະກິດ” ໄດ້ໄຂຂຶ້ນຢູ່ Davos, ສະວິດ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ສ້າງ​ພື້ນ​ຖານ​ກະ​ສິ​ກຳແຫ່ງ​ສີຂຽວ - ຊີ​ວະ​ພາບ - ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມຄົບຄະນະກ່ຽວກັບຫົວຂໍ້ “ຫັນທິດວິກິດການດ້ານສະບຽງອາຫານທົ່ວໂລກ”, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຍົກອອກ 5 ຂໍ້ສະເໜີສຳຄັນ, ໃນນັ້ນສະເໜີຕ້ອງມີວິທີການສຳຜັດສັງລວມ, ຫຼາຍເປົ້າໝາຍ, ມຸ່ງໄປເຖິງລະບົບສະບຽງອາຫານທົ່ວໂລກ ທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ ແລະ ຍືນຍົງ; ເພີ່ມທະວີການຮ່ວມມືສາກົນ, ລັດທິຫຼາຍຝ່າຍ, ຊຸກຍູ້ບົດບາດຂອງອົງການຈັດຕັ້ງສາກົນ ເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ; ຍົກສູງວິທີການສຳຜັດທົ່ວປວງຊົນ, ສ້າງລະບົບນິເວດກະສິກຳທີ່ມີການເຂົ້າຮ່ວມ ແລະ ສົມທົບກັນກະທຳຂອງທຸກຝ່າຍທີ່ກ່ຽວຂ້ອງ ແລະ ປ່ຽນແປງໃໝ່ຈິນຕະນາການ… ທ່ານຮອງນາຍົກລັດຖະມົນຕີ ແບ່ງປັນການກຳນົດທິດຂອງ ຫວຽດນາມ ໃນການກໍ່ສ້າງພື້ນຖານກະສິກຳ ທີ່ມີທາດກາກບອນຕ່ຳ, “ສີຂຽວ - ຊີວະພາບ - ຍືນຍົງ”, ປິ່ນອ້ອມ 3 ເສົາຫຼັກ: “ກະສິກຳຊີວະພາບ”, “ຊົນນະບົດທັນສະໄໝ”, “ຊົນນະບົດອັດສະລິຍະ”. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການຮ່ວມເດີນທາງຂອງສາກົນໃນການປັບປຸງຄວາມສາມາດທົນທານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກເໜືອ ຫວຽດນາມ, ປະກອບສ່ວນຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານແຫ່ງຊາດ ແລະ ພາກພື້ນ.

ໃນໄລຍະເຂົ້າຮ່ວມກອງປະຊຸມ, ວັນທີ 23 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ພົບປະກັບທ່ານປະທານສະພາສູງ ອາເມລິກາ Patrick Leahy; ພົບປະ, ເຮັດວຽກກັບການນຳບາງກຸ່ມບໍລິສັດໃຫຍ່ກ່ຽວກັບການດຶງດູດການເງິນສີຂຽວ, ຕ້ອນຮັບການນຳວິສາຫະກິດຫຼາຍທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ