ຫວຽດນາມ ຢັ້ງຢືນຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັດແຄບຄວາມແຕກໂຕນໃນການພັດທະນາລະຫວ່າງບັນດາປະເທດສະມາຊິກ

(VOVWORLD) -ລັດທິຫຼາຍຝ່າຍ ແມ່ນພາຫະນະໜຶ່ງດຽວ ແລະດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ 

ກອງປະຊຸມຄັ້ງທີ 57 ຂອງ ຄະນະກໍາມະການພັດທະນາສັງຄົມ ຂຶ້ນກັບ ສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ (ECOSOC) ຖືກໄຂຂຶ້ນໃນວັນທີ 12 ກຸມພາ, ຢູ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ດ້ວຍຫົວຂໍ້ວ່າ “ແກ້ໄຂຂາດຄວາມຍຸຕິທໍາ ແລະ ສິ່ງທ້າທາຍ ສໍາລັບການເຊື່ອມຕົວເຂົ້າກັບສັງຄົມ ຜ່ານບັນດານະໂຍບາຍເງິນເດືອນ, ນະໂຍບາຍປີການເງິນ ແລະ ການອຸປະຖໍາໃນສັງຄົມ”. ເຂົ້າຮ່ວມກອງປະຊຸມ ລວມມີ ຜູ້ຕາງໜ້າຂອງບັນດາປະເທດສະມາຊິກຂອງ ສປຊ, ບັນດາອົງການຈັດຕັ້ງລະຫວ່່າງລັດຖະບານ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະ ຜູ້ແທນຊາວໜຸ່ມຫຼາຍຄົນ.

ຫວຽດນາມ ຢັ້ງຢືນຄວາມມານະພະຍາຍາມຂອງ ອາຊຽນ ໃນການຮັດແຄບຄວາມແຕກໂຕນໃນການພັດທະນາລະຫວ່າງບັນດາປະເທດສະມາຊິກ - ảnh 1ກອງປະຊຸມ ECOSOC ຄັ້ງທີ 57  ໄຂຂຶ້ນໃນວັນທີ 12 ກຸມພາ, ຢູ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ  (ພາບ: UN)

        ໃນບົດກ່່າວປາໄສໄຂກອງປະຊຸມ, ທ່ານນາງ Maria Espinosa Garces ປະທານສະມັດຊາໃຫຍ່ ສປຊ ຊຸດທີ 73  ໄດ້ສົ່ງສານເຖິງວາລະປະຊຸມທີ່ວ່າ: ລັດທິຫຼາຍຝ່າຍ ແມ່ນພາຫະນະໜຶ່ງດຽວ ແລະດີທີ່ສຸດ ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ເຊິ່ງພວມເປັນຮົ້ວກີດຂວາງການພັດທະນາແບບຍືນຍົງ. ໃນນັ້ນ, ການແກ້ໄຂຂາດຄວາມຍຸຕິທໍາ ແມ່ນໜ້າທີ່ອັນຮີບດ່ວນ, ຖ້າບໍ່ດັ່ງນັ້ນ, ບຸກຄົນທີ່ຖືກປະໄວ້ຢູ່ທັງຫຼັງ ຈະບໍ່ສາມາດເຂົ້າເຖິງຄວາມກ້າວໜ້າຂອງມະນຸດໄດ້.ໂດຍຕາງໜ້າຜູ້ແທນ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ແບ່່ງປັນບັນດາບົດຮຽນຂອງ ອາຊຽນ ໃນການຮັດແຄບຄວາມແຕກໂຕນໃນການພັດທະນາລະຫວ່່າງບັນດາປະເທດ ອາຊຽນ. ພ້ອມທັງຢັ້ງຢືນວ່າ ອາຊຽນ ໄດ້ມີຄວາມມານະພະຍາຍາມດຫຼາຍຢ່າງ ເພື່ອຮັດແຄບຄວາມແຕກໂຕ່ນໃນການພັດທະນາ ຜ່ານບັນດາຂໍ້ລິເລີ່ມຮ່ວມສໍາພັນໃນອາຊຽນ (IAI), ກອບການຮ່ວມມື ເພື່ອໃຫ້ບັນດາປະເທດພັດທະນາກວ່າ ໜູນຊ່ວຍບັນດາປະເທດອື່ນ, ສ້າງເງື່ອນໄຂໃຫ້ທຸກປະເທດ ອາຊຽນ ພ້ອມກັນພັດທະນາ ແລະ ແບ່ງປັນຜົນປະໂຫຍດຈາກວິວັດການຮ່ວມສໍາພັນໃນພາກພື້ນ. ທ່ານ ກໍຢັ້ງຢືນເຖິງຄໍາໝັ້ນສັນຍາຂອງ ອາຊຽນ ກ່ຽວກັບການຍົກສູງຄຸນນະພາບຊີວິດການເປັນຢູ່ ໃຫ້ແກ່ຜູ້ເຖົ້າຜູ້ແກ່, ຄົນພິການ, ເດັກນ້ອຍ, ຊາວໜຸ່ມ ຜ່ານບັນດາລາຍການ ແລະ ຂໍ້ລິເລີ່ມທີ່ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ