ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງແນະນຳສະຖານທີ່ດຶງດູດປີ 2023

(VOVWORLD) -ແຂກທ່ອງທ່ຽວ ອິນເດຍ ຈະມີຄວາມເພິ່ງພໍໃຈເມື່ອມາຢ້ຽມຢາມ ຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມງາມທາງດ້ານທຳມະຊາດທີ່ໃຫຍ່ໂຕມະໂຫຖານ ພ້ອມກັບວັດທະນະທຳ ແລະ ປະຫວັດສາດມາແຕ່ດົນນານ.
ຫວຽດນາມ ຢືນອັນດັບທີ 1 ໃນຕາຕະລາງແນະນຳສະຖານທີ່ດຶງດູດປີ 2023 - ảnh 1ອ່າວຮະລອງ
(ພາບ: TTXVN)

        ທ່ານຜູ້ອຳນວຍການຝ່າຍບໍລິຫານ Alapati Krishna Mohan ຂອງບໍລິສັດທ່ອງທ່ຽວ Southern Traverls, ອິນເດຍ, ຫາກໍ່ແບ່ງປັນບັນຊີລາຍຊື່ບັນດາສະຖານທີ່ນັດພົບໃນໂລກທີ່ຄວນໄປໃນປີ 2023. ຢຶນອັນດັບທີ 1 ໃນບັນຊີລາຍຊື່ດັ່ງກ່າວແມ່ນ ຫວຽດນາມ. ທ່ານເນັ້ນໜັກວ່າ: ຫວຽດນາມ ແມ່ນສະຖານທີ່ທົ່ວໄປ ແລະ ແມ່ນໜຶ່ງໃນບັນດາປະເທດທີ່ມີຄ່າໃຊ້ຈ່າຍທີ່ເໝາະສົມສຳລັບແຂກທ່ອງທ່ຽວ ອິນເດຍ. ແນ່ນອນວ່າ ແຂກທ່ອງທ່ຽວ ອິນເດຍ ຈະມີຄວາມເພິ່ງພໍໃຈເມື່ອມາຢ້ຽມຢາມ ຫວຽດນາມ - ເຊິ່ງແມ່ນປະເທດທີ່ມີຄວາມງາມທາງດ້ານທຳມະຊາດທີ່ໃຫຍ່ໂຕມະໂຫຖານ ພ້ອມກັບວັດທະນະທຳ ແລະ ປະຫວັດສາດມາແຕ່ດົນນານ.

        ກໍ່ຕາມທ່ານ Alapati Krishna Mohan, ບັນດາການເຄື່ອນໄຫວດ້ານການທ່ອງທ່ຽວທົ່ວໄປເມື່ອມາຢ້ຽມຢາມ ຫວຽດນາມ ແມ່ນ: ໄປຢ້ຽມຢາມເຂດແມ່ນ້ຳດ້ວຍເຮືອ ຫຼື ເຮືອນຳທ່ຽວ, ພ້ອມກັບການໄປຕະຫຼາດນ້ຳ; ຖ້ຳ; ເຂດປູຊະນີວັດທະນະທຳ, ປະຫວັດສາດ… ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຊາປາ (ລາວກາຍ), ຍາຈາງ (ແຄງຮ່ວາ), ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ມໍລະດົກໂລກ ອ່າວ ຮະລອງ… ແມ່ນບັນດາສະຖານທີ່ບໍ່ຄວນພາດເມື່ອໄປຢ້ຽມຢາມ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ