ຫວຽດ​ນາມ ຢາກ​ແບ່ງ​ປັນ​ວິ​ໄສ​ທັດ ແລະ ປະ​ສົບ​ການ​ສາ​ກົນ ໃນ​ການ​ຟື້ນ​ຟູເສດ​ຖະ​ກິດ - ສັງ​ຄົມ ຂຽວ, ຍືນ​ຍົງ

(VOVWORLD) -ກອງປະຊຸມສາກົນ “ຊຸກຍູ້ການຟື້ນຟູເສດຖະກິດຂຽວ ແລະ ກວມລວມ: ບົດຮຽນຈາກປະສົບການສາກົນ” ໂດຍອົງການພັດທະນາ ສປຊ (UNDP)  ແລະ ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ.
ຫວຽດ​ນາມ ຢາກ​ແບ່ງ​ປັນ​ວິ​ໄສ​ທັດ ແລະ ປະ​ສົບ​ການ​ສາ​ກົນ ໃນ​ການ​ຟື້ນ​ຟູເສດ​ຖະ​ກິດ - ສັງ​ຄົມ ຂຽວ, ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນວ່າ ການຟື້ນຟູເສດຖະກິດແບບຍືນຍົງແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນປັດຈຸບັນ. ດັ່ງນັ້ນ, ຫວຽດນາມ ຢາກຮັບຟັງຄຳແບ່ງປັນຈາກນັກຊ່ຽວຊານ, ບັນດາອົງການຈັດຕັ້ງສາກົນ, ບັນດານັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ ກ່ຽວກັບວິໄສທັດ ແລະ ປະສົບການສາກົນໃນການຟື້ນຟູເສດຖະກິດ - ສັງຄົມ ຂຽວ, ຍືນຍົງ ແລະ ກວມລວມ. ທ່ານກ່າວວ່າ:

“ຂ້າພະເຈົ້າຢາກໄດ້ຮັບຟັງຄຳຄິດເຫັນ, ຂໍ້ສະເໜີແນະທີ່ສຸມໃສ່ບັນດາຂົງເຂດດັ່ງນີ້: ທີໜຶ່ງແມ່ນ ການແກ້ໄຂຜົນກະທົບຈາກສິ່ງແວດລ້ອມຕໍ່ການເຕີບໂຕ. ທີສອງແມ່ນ ຮັບປະກັນວິວັດການເຕີບໂຕຢ່າງຮອບດ້ານ ແລະ ຍືນຍົງ. ທີສາມແມ່ນຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ປະສົບການກ່ຽວກັບການຫັນປ່ຽນເສດຖະກິດ, ພະລັງງານ, ໃຫ້ຄຳປຶກສາກ່ຽວກັບການເງິນຂຽວ, ສຳຜັດກັບເຕັກໂນໂລຢີຂຽວ ກໍຄືວິທີແກ້ໄຂຜົນກະທົບທາງສັງຄົມຂອງວິວັດການຫັນປ່ຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ