ຫວຽດນາມ - ລາວ - ກໍາປູເຈຍ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ

(VOVWORLD) -ວັນທີ  06 ທັນວາ, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ ໄດ້ດໍາເນີນກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ. 
ຫວຽດນາມ - ລາວ - ກໍາປູເຈຍ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ - ảnh 1 ກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ (ພາບ:TTXVN)

ທ່ານພົນໂທ ເລກຸ໊ຍເວືອງ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ. ໃນບົດກ່າວປາໄສ, ທ່ານພົນໂທ ເລກຸ໊ຍເວືອງ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງສາມປະເທດບ້ານໃກ້ເຮືອນຄຽງຫວຽດນາມ, ລາວ, ກໍາປູເຈຍ ພົບປະກັນໃນແຕ່ລະປີ ແນໃສ່ແລກປ່ຽນ ແລະ ແບ່ງປັນທັດສະນະ ກໍຄືປະສົບການ ເພື່ອສົມທົບກັນແກ້ໄຂບັນຫາຢາເສບຕິດ ເຊິ່ງພວມຜັນແປຢ່າງສັບສົນ ທັງຢູ່ໃນພາກພື້ນ ແລະ ໃນໂລກ; ຢັ້ງຢືນເຖິງຄໍາໝັ້ນສັນຍາ ແລະ ການຕັດສິນໃຈຂອງບັນດາກໍາລັງປ້ອງກັນ, ຕ້ານຢາເສບຕິດຂອງ ຫວຽດນາມ ໃນການເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍ ກໍາປູເຈຍ ແລະ ລາວ ໃນວຽກງານປ້ອງກັນ, ຕ້ານອາດຊະຍາກໍາເວົ້າລວມ ແລະ ຢາເສບຕິດເວົ້າສະເພາະ, ເພື່ອຊີວິດທີ່ສະຫງົບສຸກຂອງປະຊາຊົນ ແລະ ເພື່ອການພັດທະນາຢ່າງປອດໃສ, ຍືນຍົງຂອງແຕ່ລະຊົນຊາດ.

        ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີນໍາກັນວ່າ ກອງປະຊຸມສາມຝ່າຍ ຫຼື ສອງຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 18 ລະຫວ່າງຫວຽດນາມ, ລາວ ແລະ ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ ຈະຈັດຂຶ້ນຢູ່ຫວຽດນາມໃນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ