ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືວຽກງານສຳເນົາແຫ່ງຊາດ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືວຽກງານສຳເນົາແຫ່ງຊາດ - ảnh 1
(ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມືວຽກ​ງານສຳ​ເນົາ​ແຫ່ງ​ຊາດ)

(vovworld) – ​​​​ວັນ​ທີ 18/08, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກົມ​ສຳ​ເນົາເອກະສານ​​​ແຫ່ງ​ລັດ​ຫວຽດນາມ ​ແລະ ກົມສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ປີ 2015. ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ລົງ​ນາມ, 2 ຝ່າຍ​ໄດ້​​ເຫັນ​ດີ​ເພີ່ມທະວີ​ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​ໃຫ້ກົມ​​​ສຳ​ເນົາ​ເອກະສານ​ແຫ່ງ​ຊາດ​ລາວ; ສືບ​ຕໍ່​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ມີສິດ​ອຳນາດ 2 ປະ​ເທດ​ກ່ຽວ​ກັບ​ການ​ລົງທຶນ​ໂຄງການ​ສູນ​ປະກັນ​ສຳ​ເນົາເອກະສານ​ແຫ່ງ​ຊາດ​ລາວ ຢູ່​​ແຂວງ ຫຼວງ​ພະ​ບາງ, ນຳ​ໃຊ້​ແຫຼ່ງທຶນ​ອຸປະທຳ​ຂອງ​ລັດຖະບານ​ຫວຽດນາມ ທີ່​ສະ​ຫງວນ​ໃຫ້​ແກ່​ລັດຖະບານ​ລາວ. 2 ຝ່າຍ​ໄດ້​ເຫັນ​ດີ​ຮ່ວມ​ມື​ກໍ່ສ້າງ, ​ແລກປ່ຽນ​ບັນຊີລາຍ​ຊື່​ສຳ​ເນົາ​ເອກະສານ​​ກ່ຽວຂ້ອງ​ເຖິງ​ປະຫວັດສາດ​ຂອງ​ຫວຽດນາມ ​ແລະ ລາວ; ສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ວິຊາ​ການ​ຄື ບັນດາ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ ​ເຊິ່ງຈັດ​ຂຶ້ນ​ຢູ່​​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ