ຫວຽດນາມ - ລາວ - ໄທ ເພີ່ມທະວີການຮ່ວມມື, ລົງທຶນ, ການຄ້າ ແລະ ທ່ອງທ່ຽວ

(VOVWORLD) - ເວທີປາໄສເຊື່ອມຕໍ່ຊຸກຍູ້ການລົງທຶນ, ການຄ້າ, ທ່ອງທ່ຽວ ຫວຽດນາມ - ລາວ - ໄທ ຈັດຂຶ້ນໃນວັນທີ 10 ເມສາ, ຢູ່ນະຄອນ ປາກເຊ, ແຂວງ ຈຳປາສັກ, ປະເທດ ລາວ.
ຫວຽດນາມ - ລາວ - ໄທ ເພີ່ມທະວີການຮ່ວມມື, ລົງທຶນ, ການຄ້າ ແລະ ທ່ອງທ່ຽວ - ảnh 1ທີ່ເວທີປາໄສ
(ພາບ: baokontum.com.vn)

ເຂົ້າຮ່ວມເຫດການມີຜູ້ຕາງໜ້າອຳນາດການປົກຄອງ, ວິສາຫະກິດ ແລະ ສະມາຄົມບັນດາແຂວງຂອງ 2 ປະເທດ: ຫວຽດນາມ - ລາວ - ໄທ. ໃນນັ້ນ, ຝ່າຍ ຫວຽດນາມ ລວມມີ: ນະຄອນ ໂຮ່ຈີມິນ, ກວາງຈີ້, ດ່ານັ້ງ, ກວາງນາມ, ກວາງງ້າຍ, ແຄງຮ່ວາ, ກອນຕຸມ, ຢາລາຍ, ບິ່ງເຢືອງ, ດົ່ງນາຍ, ດົ່ງທາບ.

        ທີ່ເວທີປາໄສ, ບັນດາແຂວງ, ນະຄອນຂອງ 3 ປະເທດໄດ້ແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ນະໂຍບາຍດຶງດູດການລົງທຶນ ແລະ ສະເໜີເນື້ອໃນຮ່ວມມືລະຫວ່າງບັນດາຝ່າຍ; ສ້າງແຜນການ, ຜັນຂະຫຍາຍເນື້ອໃນຮ່ວມມື ປະກອບສ່ວນຊຸກຍູ້ການພັດທະນາແລວເສດຖະກິດຕາເວັນອອກ - ຕາມເວັນຕົກ. ກໍ່ທີ່ເວທີປາໄສ, ສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (VECOM) ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ກັບ 3 ແຂວງທາງພາກໃຕ້ຂອງ ລາວ ນັ້ນແມ່ນ: ຈຳປາສັກ, ເຊກອງ ແລະ ສາລະວັນ ເພື່ອເພີ່ມທະວີການແລກປ່ຽນການຄ້າກັບບັນດາແຂວງທາງພາກກາງ, ເຂດໄຕງວຽນ ແລະ ທາງພາກໃຕ້ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ