ຫວຽດນາມ ວິຕົກກັງວົນຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງບັນດາລູກສອນໄຟນຳວິຖີ

ຫວຽດນາມ ວິຕົກກັງວົນຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງບັນດາລູກສອນໄຟນຳວິຖີ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ

(vovworld) – ​ໃນ​ຖະ​ແຫຼ​ງການ​ສະບັບໜຶ່ງ​ທີ່​ຍົກ​ອອກ​ເມື່ອ​ວັນ​ທີ 10/03, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ​ ຫວຽດນາມ ມີຄວາມວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ເລື່ອງ ສປປ.​ເກົາ​ຫຼີ ດຳ​ເນີນ​ການ​ຍິງ​ທົດ​ລອງ​ບັນດາ​ລູກ​ສອນ​ໄຟ​ນຳ​ວິຖີ​ເມື່ອ​ວັນ​ທີ 06/03/2017 ຜ່ານ​ມາ. ລະ​ເມີດ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ. ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ສະໜັບ​ສະ​ໜູນ​ທຸກ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຈລະຈາ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ປະຕິບັດການສ້າງ​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ. ​ເລື່ອງຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ ​ແມ່ນ​ຜົນ​ປະ​ໂຫຍດ ​ແລະ ຄວາມ​ຮັບຜິດຊອບ​ລວມຂອງ​ບັນດາ​ປະ​ເທດ. ຫວຽດນາມ ສະ​ເໜີ​ບັນດາ​ປະ​ເທດ​ມີ​ການ​ກະທຳທີ່ມີ​ລັກສະນະ​ສ້າງສັນ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​​ໃນ​ໂລກ, ​ເດັດດ່ຽວ​​ເຄົາລົບ​ບັນດາ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ