ຫວຽດນາມ - ສ. ເກົາຫຼີ ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດຮອດປີ 2030

(VOVWORLD) - ສ ເກົາຫຼີ ແລະ ຫວຽດນາມ ແມ່ນ 2 ປະເທດຕັ້ງຢູ່ທະວີບ ອາຊີ, ມີຫຼາຍຈຸດທີ່ຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທຳ, ສ ເກົາຫຼີ ຖື ຫວຽດນາມ ແມ່ນຈຸດສຸມໃນ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່” ຂອງຕົນ

ຫວຽດນາມ - ສ. ເກົາຫຼີ ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດຮອດປີ 2030 - ảnh 1ທ່ານພົນເອກ ໂງຊວນລິກ ແລະ  ທ່ານນາຍົກລັດຖະມົນຕີ ສ ເກົາຫຼີ Lee Nak – yeon

(ພາບ: Mạnh Hùng/TTXVN)

ຕອນບ່າຍວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ສ ເກົາຫຼີ Lee Nak – yeon ໄດ້ໃຫ້ການຕ້ອນຮັບທ່ານ ພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພວມມີການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ Lee Nak – yeon ເນັ້ນໜັກວ່າ: ສ ເກົາຫຼີ ແລະ ຫວຽດນາມ ແມ່ນ 2 ປະເທດຕັ້ງຢູ່ທະວີບ ອາຊີ, ມີຫຼາຍຈຸດທີ່ຄ້າຍຄືກັນດ້ານປະຫວັດສາດ, ວັດທະນະທຳ, ສ ເກົາຫຼີ ຖື ຫວຽດນາມ ແມ່ນຈຸດສຸມໃນ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່” ຂອງຕົນ. ເນັ້ນໜັກວ່າ ສ ເກົາຫຼີ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດຄື: ການທູດ, ເສດຖະກິດ… ທ່ານນາຍົກລັດຖະມົນຕີ ສ ເກົາຫຼີ ຊົມເຊີຍເລື່ອງກະຊວງປ້ອງກັນປະເທດ 2 ປະເທດລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືປ້ອງກັນປະເທດຮອດປີ 2030 ພ້ອມທັງຫວັງວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືປ້ອງກັນຊາດ, ໃນນັ້ນມີອຸດສາຫະກຳປ້ອງກັນຊາດ.

        ກ່າວຄຳເຫັນທີ່ການພົບປະ, ທ່ານລັດຖະມົນຕີ ໂງຊວນລິກ ຊົມເຊີຍ “ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່” ຂອງລັດຖະບານ ສ ເກົາຫຼີ ແລະ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສວມບົດບາດຕັ້ງໜ້າຊຸກຍູ້ການພົວພັນ ອາຊຽນ - ສ. ເກົາຫຼີ. ທ່ານລັດຖະມົນຕີ ໂງຊວນລິກ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນການປອດນິວເຄຼຍ ຢູ່ແຫຼມ ເກົາຫຼີ ແລະ ໃຫ້ຮູ້ວ່າ ຫວຽດນາມ ຊົມເຊີຍ ຄວາມມານະພະຍາຍາມຂອງ ສ ເກົາຫຼີ ໃນການຊຸກຍູ້ການເຈລະຈາລະຫວ່າງ ສ ເກົາຫຼີ ແລະ ສປປ ເກົາຫຼີ.

        ກ່ອນໜ້ານັ້ນ, ທີ່ສຳນັກງານກະຊວງປ້ອງກັນປະເທດ ສ ເກົາຫຼີ, ທ່ານລັດຖະມົນຕີ ໂງຊວນລິກ ໄດ້ດຳເນີນການເຈລະຈາກັບລັດຖະມົນຕີກະຊວງປ້ອງກັນປະເທດ ສ ເກົາຫຼີ Song Young – moo. ລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງບັນດາບາດກ້າວພັດທະນາຕັ້ງໜ້າໃນການພົວພັນຮ່ວມມືປ້ອງກັນຊາດ ຫວຽດນາມ - ສ. ເກົາຫຼີ ໃນໄລຍະຜ່ານມາ.

        ເມື່ອສິ້ນສຸດການເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດ 2  ຝ່າຍໄດ້ລົງນາມຖະແຫຼງການຮ່ວມກ່ຽວກັບການຮ່ວມມືປ້ອງກັນຊາດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ