ຫວຽດນາມ - ສິງກະໂປ ສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນປະເທດ

(VOVWORLD) - ທີ່ກອງປະຊຸມ, ສອງຝ່າຍຢັ້ງຢືນວ່າການນຳສອງປະເທດໄດ້ກຳນົດການຮ່ວມມືດ້ານປ້ອງກັນຊາດເປັນໜຶ່ງໃນບັນດາຂົງເຂດສຳຄັນ, ໄດ້ຮັບບຸລິມະສິດຊຸກຍູ້.
ຫວຽດນາມ - ສິງກະໂປ ສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນປະເທດ  - ảnh 1ກອງປະຊຸມທາງໄກກຸ່ມເຮັດວຽກຮ່ວມ ຫວຽດນາມ - ສິງກະໂປ ຄັ້ງທີ 10
(ພາບ: qdnd.vn)

ກອງປະຊຸມທາງໄກກຸ່ມເຮັດວຽກຮ່ວມ ຫວຽດນາມ - ສິງກະໂປ ຄັ້ງທີ 10 ໄດ້ດຳເນີນໃນວັນທີ 25 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ ຫວູແທັ່ງວັນ, ຫົວໜ້າກົມການຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ) ແລະ ພັນເອກ Phua Jia Kai, ຫົວໜ້າກົມນະໂຍບາຍປ້ອງກັນຊາດ, ກະຊວງປ້ອງກັນປະເທດ ສິງກະໂປ.

        ທີ່ກອງປະຊຸມ, ສອງຝ່າຍຢັ້ງຢືນວ່າການນຳສອງປະເທດໄດ້ກຳນົດການຮ່ວມມືດ້ານປ້ອງກັນຊາດເປັນໜຶ່ງໃນບັນດາຂົງເຂດສຳຄັນ, ໄດ້ຮັບບຸລິມະສິດຊຸກຍູ້.

        ປີ 2023 ເປັນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສິງກະໂປ (01/8/1973 – 01/8/2023); ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ (11/9/2013 – 11/9/2023); ບົນພື້ນຖານສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດລົງນາມໃນເດືອນກຸມພາ 2022, ສອງຝ່າຍເປັນເອກະພາບ ລາຍງານການນຳກະຊວງປ້ອງກັນປະເທດສອງປະເທດຊີ້ນຳການສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ແລກປ່ຽນຄະນະຜູ້ແທນ, ຮັກສາ, ເສີມຂະຫຍາຍບົດບາດຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ; ສືບຕໍ່ໃຫ້ບຸລິມະສິດການຮ່ວມມືບຳລຸງສ້າງ; ເພີ່ມທະວີການຮ່ວມມືລະຫວ່າງບັນດາເຫຼົ່າຮົບເຫຼົ່າທັບ; ທາບທາມຄວາມເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນຜ່ານບັນດາກົນໄກ, ເວທີປາໄສຫຼາຍຝ່າຍ; ຄົ້ນຄ້ວາເປີດກ້ວາງການຮ່ວມມືບາງຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ເໝາະສົມກັບຄວາມຕ້ອງການ, ທ່າແຮງຂອງແຕ່ລະຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ