ຫວຽດນາມ ສົ່ງອອກ Kit test SARS-CoV-2

(VOVWORLD) -ຫວຽດນາມ ໄດ້ສົ່ງອອກ 7.500 ຊຸດ Kit test SARS-CoV-2 ທຳອິດໄປຍັງປະເທດ ຢູແກຼນ ແລະ ແຟງລັງ ໃນອາທິດນີ້.

ນີ້ແມ່ນຊຸດ Kit test ໂດຍສະຖາບັນເສນາຮັກ ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຊີ ຫວຽດອ໊າ ປະຕິບັດ (ປະກາດໃນວັນທີ 05 ມີນາ), ເຊິ່ງກະຊວງສາທາລະນະສຸກຫວຽດນາມ ອະນຸຍາດໃຫ້ນຳໃຊ້ ເພື່ອຜະລິດເປັນຈຳນວນຫຼວງຫຼາຍຢູ່ຫວຽດນາມ.

        ປະຈຸບັນໄດ້ມີກວ່າ 10 ປະເທດໃນໂລກຄື: ແບນຊິກ, ອົດສະຕາລີ, ໂປໂລຍ, ຢູແກຼນ, ແຟງລັງ, ອານເຊຣີ ແລະ ບາງບໍລິສັດຢາກສົ່ງໄປຂາຍຢູ່ ກຳປູເຈຍ, ອີຕາລີ, ເຢຍລະມັນ ໄດ້ຈ່ອງ ຊື້ຊຸດ Kit test ດັ່ງກ່າວ. ແຕ່ລະຊຸດ Kit test ລວມມີ 50 ອັນ ສາມາດ test ໃຫ້ 50 ຄົນ, ຜົນການ test ອອກມາໃນເວລາ 2 ຊົ່ວໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ