ຫວຽດນາມ ສົ່ງເສີມ ຮຸງກາຣີ ລົງທຶນເຂົ້າ ອຸດສາຫະກຳ ແລະ Logistic

ຫວຽດນາມ ສົ່ງເສີມ ຮຸງກາຣີ ລົງທຶນເຂົ້າ ອຸດສາຫະກຳ ແລະ Logistic - ảnh 1
​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ-​ຮຸງ​ກາຣີ
(ພາບ: vietnamplus.vn)

(vovworld) – ​ເພື່ອ​ແນ​ໃສ່​ຍູ້​ແຮງວິວັດ​ການ​ຫັນ​​ເປັນປະ​ເທດ​​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ,​ ຫວຽດນາມ ຢາກ​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ ຮຸງ​ກາຣີ ລົງທຶນ ​ແລະ ຖ່າຍ​ຖອດເຕັກ​ໂນ​ໂລ​ຊີ​ໃນ​ບັນດາ​ຂົງ​ເຂດ​ນີ້. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ ​ໂດ້ກິມລາງ, ຮອງ​ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ), ທີ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ-​ຮຸງ​ກາຣີ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈັດ​ຕັ້ງ​ໃນຕອນ​ເຊົ້າ​ວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ. ຕາມ​ທ່ານ ​ໂດ​ກິມລາງ ​ແລ້ວ, ສັນຍາ​ການ​ຄ້າ​ເສລີ FTA ລະຫວ່າງ ຫວຽດນາມ ​ແລະ EU ​ທີ່​ຈະ​ຮັບ​ການ​ລົງ​ນາມນັ້ນ ຈະ​ສ້າງ​ກາລະ​ໂອກາດ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ສະມາຊິກ. ພິ​ເສດ, ດ້ວຍ​ພື້ນຖານ​ອຸດສາຫະກຳ​ພັດທະນາ, ຮຸງ​ກາຣີ ສາມາດ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ ຫວຽດນາມ ປ່ຽນ​ໃໝ່​ພາຫະນະ​ອຸປະກອນ, ຜ່ານ​ນັ້ນ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ແກ່​ສິນຄ້າ​ສົ່ງ​ອອກ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ກໍ່​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ ຮຸງ​ກາຣີ ລົງທຶນ​ເຂົ້າ​ການ​ບໍລິການ, ພິ​ເສດ​ແມ່ນ​ຂົງ​ເຂດ​ສາງ​ຂົນ​ສົ່ງ (Logistic), ຮັບ​ສົ່ງ​ສິນຄ້າ, ສາທາລະນະ​ສຸກ…

        ຕາມ​ການ​ສະຖິຕິ ຂອງ​ກະຊວງ​ອຸດສາຫະກຳ ການ​ຄ້າ​ແລ້ວ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ຫວຽດນາມ - ຮຸງ​ກາຣີ ​ໃນ​ປີ 2014 ບັນລຸ 175 ລ້ານ USD. ບັນດາ​ຜະລິດ​ຕະພັນ​ຕົ້ນຕໍ​ຂອງ ​ຫວຽດນາມ ທີ່​ພວມ​ສົ່ງ​ອອກ​ ຮຸງ​ກາ​ຣີ ​ແມ່ນ ສະບຽງ​ອາຫານ, ອາຫານ, ​​ໂທລະ​ຄົມ… ​ໃນ​ຂະນະ​ນັ້ນ, ຮຸງ​ກາຣີ ​ໄດ້​ມີ 13 ​ໂຄງການ​ລົງທຶນ​ຢູ່​ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ຜະລິດ​ຕະພັນ​ກະ​ເສດ, ສະບຽງ​ອາຫານ, ຜະລິດ​ຕະພັນ​ການ​ຢາ, ອຸປະກອນ​ການ​ແພດ.

ຂ່າວ/ບົດ​ອື່ນ