ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດຕົ້ນຕໍສຳລັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ...
ຫວຽດນາມ ສົນໃຈເຖິງໂຄງການຄອງ Funan Techo ຂອງ ກຳປູເຈຍ - ảnh 1ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ
(ພາບ:TTXVN)

ວັນທີ 5 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ບັນດາຄຳປາໄສຫວ່າງແລ້ວນີ້ຂອງຝ່າຍ ກຳປູເຈຍ ກ່ຽວກັບການຜັນຂະຫຍາຍໂຄງການຄອງ Funan Techo, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດຕົ້ນຕໍສຳລັບການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານກັບ ກຳປູເຈຍ ໃນນະໂຍບາຍການພົວພັນຕ່າງປະເທດຂອງຕົນ, ປາດຖະໜາຢາກໃຫ້ການພົວພັນສອງປະເທດນັບມື້ນັບພັດທະນາກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນໃນບັນດາຂົງເຂດເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ສຳລັບໂຄງການຄອງເໝືອງ Funan Techo, ຫວຽດນາມ ມີຄວາມສົນໃຈທີ່ສຸດ ແລະ ເຄົາລົບຜົນປະໂຫຍດອັນຊອບທຳຂອງ ກຳປູເຈຍ ຕາມຈິດໃຈຂອງສັນຍາ ແມ່ຂອງ 1995, ເໝາະສົມກັບບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງຄະນະກຳມະການ ແມ່ນ້ຳຂອງ ແລະ ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ